ເຢຍ​ລະ​ມັນ ​ຈະ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ລີ​ບີ

(VOVWORLD) -ວັນທີ 11 ມັງກອນ, ທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ ໄດ້ຖະແຫຼງວ່າ ການເຈລະຈາສັນຕິພາບ ລີບີ ຈະຖືກຈັດຂຶ້ນ ຢູ່ນະຄອນຫຼວງ Berlin, ໃນສະພາບການທີ່ ຕວັກກີ ແລະ ລັດເຊຍ ຮຽກຮ້ອງບັນດາຝ່າຍຄ້ານຢູ່ ລີບີ ເຫັນດີກັບຄຳສັ່ງຢຸດຍິງ.
ເຢຍ​ລະ​ມັນ ​ຈະ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ລີ​ບີ - ảnh 1ທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ ແລະ ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin  ໃນການຖະແຫຼງຂ່າວລວມ (ພາບ: AFP/TTXVN) 

ໃນການຖະແຫຼງຂ່າວລວມກັບ ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ຢູ່ Moskva, ທ່ານນາງ Merkel ໄດ້ສະແດງຄວາມຫວັງວ່າ ບັນດາຄວາມມານະພະຍາຍາມລວມ ຂອງ ລັດເຊຍ ແລະ ຕວັກກີ ຈະສ້າງໃຫ້ມີຜົນສຳເລັດ, ພ້ອມທັງຢັ້ງຢືນວ່າ ເຢຍລະມັນ ຈະສົ່ງຄຳເຊື້ອເຊີນເຖິງບັນດາຝ່າຍທີ່ກ່ຽວຂ້ອງໂດຍໄວ ເພື່ອເຂົ້າຮ່ວມໃນປະຊຸມຢູ່ Berlin. ຄຽງຄູ່ກັນນັ້ນ, ທ່ານນາງ Merkel  ກໍ່ເນັ້ນໜັກວ່າ ສປຊ ຈະເປັນປະທານຂອງການເຈລະຈາ ຖ້າຫາກວ່າ ເຫດການນີ້ໄດ້ຈັດຂຶ້ນຢູ່ Berlin ແລະ ຖືວ່າບັນດາຝ່າຍທີ່ເຂົ້າຮ່ວມສົງຄາມ ຢູ່ ລີບີ ຕ້ອງສວມບົດບາດຕົ້ນຕໍເພື່ອແນໃສ່ຊອກຫາວິທີການແກ້ໄຂ. ຕາມທ່ານນາງແລ້ວ, ເປົ້າໝາຍຂອງການເຈລະຈາແມ່ນສ້າງໂອກາດເພື່ອໃຫ້ ລີບີ ກາຍເປັນປະເທດທີ່ມີອະທິປະໄຕ ແລະ ສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ