ເຢຍລະມັນ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບອຳນາດການປົກຄອງໃໝ່ຂອງ ຝະລັ່ງ

(VOVWORLD) -ວັນທີ 13 ພຶດສະພາ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຖະແຫຼງວ່າ ເຢຍລະມັນ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ຝະລັ່ງ ພາຍໃຕ້ການຊີ້ນຳຂອງທ່ານປະທານາທິບໍດີ ຄົນໃໝ່ ຂອງ ຝະລັ່ງ Emmanuel Macron 
ເຢຍລະມັນ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບອຳນາດການປົກຄອງໃໝ່ຂອງ ຝະລັ່ງ - ảnh 1 ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  (ພາບ: AP)

ແລະ 2 ປະເທດ ຈະເຮັດທຸກວຽກງານ ເພື່ອສ້າງນະໂຍບາຍ ເອີລົບ ເປັນຮູບປະທຳ. ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຍົກອອກຖະແຫຼງການນີ້ ເມື່ອທ່ານປະທານາທິບໍດີ Emmanuel Macron ພວມກະກຽມຢ້ຽມຢາມຕ່າງປະເທດທຳອິດເຖິງ ເຢຍລະມັນ. ຕາມແຜນການ ພາຍຫລັງພິທີສາບານຕົວ ດຳລົງຕຳແໜ່ງໃນວັນທີ 14 ພຶດສະພາ, ທ່ານປະທານາທິບໍດີ Emmanuel Macron ຈະມີການຢ້ຽມຢາມຕ່າງປະເທດທຳອິດເຖິງ ເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ