ເຢຍລະມັນມີປະທານາທິບໍດີຄົນໃໝ່

ເຢຍລະມັນມີປະທານາທິບໍດີຄົນໃໝ່ - ảnh 1
ທ່ານ Joachim Gauck
(ພາບ: tienphong.vn)

(vovworld) - ວັນ​ທີ 18/3, ສະພາ​ແຫ່ງ​ຊາດ​ເຢຍລະ​ມັນ ​​ໄດ້​ເລືອກ​ຕັ້ງທ່າ​ນ Joachim Gauck ​ເປັນ​ປະທານາທິບໍດີ​ຄົນ​ໃໝ່​ຂອງ​ ສ. ສະຫະພັນ​ເຢຍລະ​ມັນ. ນີ້​ແມ່ນ​ຄັ້ງ​ທຳ​ອິດ, ທີ່​ມີຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ມາ​ຈາກ ພາກ​ຕາ​ເວັນ​ອອກ​ຂອງ​ເຢຍລະ​ມັນ ກາ​ຍ​ເປັນ​ປະທານາທິບໍດີ​ປະ​ເທດ​ນີ້. ປະຊາຊົນ​ເຢຍລະ​ມັນ​ ຫວັງ​ວ່າ: ທ່ານ Joachim Gauck ຈະຟື້ນ​ຟູ​ອິດ​ທິພົນ​ຊື່​ສຽງ​ຂອງຜູ້ນຳ​ໜ້າ​ປະ​ເທດ, ທີ່​ເຄີຍ​ຖືກ​ຊຸດ​ໂຊມ​ຍ້ອນ​ບັນດາ​ເຫດການ​ການ​ເງິນ​ທີ່​ກ່ຽວຂ້ອງ​ເທິງ​ປະທານາທິບໍດີ​ອາຍຸ​ການ​ກ່ອນທ່ານ Christian Wulff ​ໄດ້​. ນີ້​ແມ່ນ​ເລືອກ​ຕັ້ງ​ປະທານາທິບໍດີ​ຄັ້ງ​ທີ 3 ​ໃນ​ຮອບ​ເວລາ 3 ປີຜ່ານມາ​ຢູ່​ເຢຍລະ​ມັນ, ພາຍຫຼັງ​ທີ່ປະທານາທິບໍດີອາຍຸ​ການ​ກ່ອນ 2 ທ່ານ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໂດຍ​ບັງ​ເອີນ.

ຂ່າວ/ບົດ​ອື່ນ