ເຢຍລະມັນຮຽກຮ້ອງໃຫ້ອາບການິດສຖານເຊື່ອມຕໍ່ການເຈລະຈາສັນຕິພາບກັບຕາລີບານ
ທ່ານລັດຖະມົນຕີວ່າການກະຊວງ
ການຕ່າງປະເທດເຢຍລະມັນ Frank Walter Steinmeier
(ພາບ: Reuters)
(vovworld) – ກ່າວຄຳເຫັນໃນການຢ້ຽມຢາມໂດຍບັງເອີ້ນເຖິງອາບການິດສຖານ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດເຢຍລະມັນ Frank Walter Steinmeier ໄດ້ອອກສຽງຮຽກຮ້ອງອຳນາດການປົກຄອງ Kabul ເຊື່ອມຕໍ່ການເຈລະຈາສັນຕິພາບກັບກຳລັງຕາລີບານ ຄືນໃໝ່ ໂດຍບໍ່ຫົວຊາຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ພວມເພີ່ມຂຶ້ນໃນຊຸມມື້ຫວ່າງມໍ່ໆມານີ້ ຢູ່ແຂວງ Helmand, ທາງພາກໃຕ້ປະເທດນີ້. ໃນບົດກ່າວປາໄສຂອງຕົນ, ໃນວັນທີ 30/08, ຢູ່ນະຄອນຫຼວງ Kabul, ດ້ວຍການມີໜ້າຂອງທ່ານປະທານາທິບໍດີອາບການິດສຖານ Ashraf Ghani, ທ່ານ Frank Walter Steinmeier ຫວັງວ່າ, ອຳນາດການປົກຄອງອາບການິດສຖານ ຈະສືບຕໍ່ເປີດກາລະໂອກາດເຊື່ອມຕໍ່ການເຈລະຈາກັບກຳລັງຕາລີບານ ຄືນໃໝ່. ທ່ານ Frank Walter Steinmeier ໃຫ້ຮູ້ວ່າ, ລັດຖະບານເຢຍລະມັນ ຍັງປາດຖະໜາຢາກສືບຕໍ່ໜູນຊ່ວຍອາບການິດສຖານ ນັບທັງໃນຂົງເຂດພົນລະເຮືອນ ແລະ ການຝຶກອົບຮົມໃຫ້ບັນດາກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້.