ເຢຍລະມັນແມ່ນສະຖານທີ່ທາງຜ່ານສິນຄ້າຫວຽດນາມໄປຍັງອີຢູ
ພາບປະກອບ:internet
|
(vovworld)-ກອງປະຊຸມສຳມະນາ “ເຢຍລະມັນ - ຕະຫລາດທີ່ດູດດື່ມສຳລັບບັນດາວິສາຫະກິດສົ່ງອອກຫວຽດນາມ” ດຳເນີນໄປໃນຕອນເຊົ້າວັນທີ 17/9 ຢູ່ ຮ່າໂນ້ຍ ໂດຍກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າ ເຢຍລະມັນ ປະຈຳຫວຽດນາມ ຈັດຕັ້ງຂຶ້ນ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ບູ່ຍຮູຍເຊີນ, ຫົວຫນ້າກົມສົ່ງເສີມການຄ້າຖືວ່າ:
“ໂຄງປະກອບຂອງການເຄື່ອນໄຫວຂາອອກຂາເຂົ້າ, ການພົວພັນດ້ານການຄ້າຕິດພັນກັບການພົວພັນລົງທຶນລະຫວ່າງ ຫວຽດນາມ ແລະ ເຢຍລະມັນ. ບັນດາປະເພດສິນຄ້າທີ່ຫວຽດນາມ ສົ່ງໄປຂາຍຢູ່ເຢຍລະມັນຄື: ໂທລະສັບ, ເຄື່ອງອາໄຫລ່, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບຫນັງ, ສິນໃນນ້ຳ, ກາເຟ. ສ່ວນສິນຄ້ານຳເຂົ້າຈາກເຢຍລະມັນຄື: ກົນຈັກອຸປະກອນ, ເຄມີ ແລະ ບັນດາຜະລິດຕະພັນເຕັກໂນໂລຊີສູງ.”