ເຢຍລະມັນ,ໂອຕາລິດ,ຊູແອດຮຽກຮ້ອງເອີລົບສາມັກຄີ
(ພາບປະກອບ: TTXVN)
(vovworld) – ດ້ວຍຄວາມມານະພະຍາຍາມຊອກຫາສຽງເວົ້າລວມໃນການແກ້ໄຂວິກິດການອົບພະຍົບ, ວັນທີ 19/09, ຢູ່ນະຄອນຫຼວງ ວຽນ, ປະເທດໂອຕາລິດ, ການນຳບັນດາປະເທດ ໂອຕາລິດ, ເຢຍລະມັນ ແລະ ຊູແອດ ໄດ້ພ້ອມກັນປຶກສາຫາລືກ່ຽວກັບສະພາບການຊາວອົບພະຍົບ, ເຊິ່ງພວມເປັນການທ້າທາຍດ້ານຄວາມສະຫງົບຢູ່ ທະວີບນີ້. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີໂອຕາລິດ Werner Faymann, ຜູ້ຮ່ວມຕຳແໜ່ງຊູແອດ Stenfan Loefven ແລະ ທ່ານຮອງນາຍົກລັດຖະມົນຕີເຢຍລະມັນ Sigmar Gabriel ລ້ວນແຕ່ເຫັນດີກັບໜ້າທີ່ໃນປະຈຸບັນຂອງບັນດາປະເທດເອີລົບ ແມ່ນຄວບຄຸບຊາວອົບພະຍົບ, ໜູນຊ່ວຍການດຳລົງຊີວິດໃຫ້ແກ່ເຂົ້າເຈົ້າ ກໍຄືຮັບປະກັນຄວາມປອດໄພໃນຕະຫຼາດແຮງງານ ເມື່ອບັນດາປະເທດນີ້ຮັບເອົາຊາວອົບພະຍົບ. ບັນດາການນຳລ້ວນແຕ່ໃຫ້ຂໍ້ສະຫຼຸບວ່າ, ຕ້ອງມີການຮ່ວມມືລະຫວ່າງບັນດາປະເທດໃນສະຫະພາບເອີລົບ ເພື່ອພ້ອມກັນແກ້ໄຂວິກິດການອົບພະຍົບ.