ເລຂາຄະນະພັກນະຄອນໂຮ່ຈີມິນເລແທງຫາຍຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດລາວ
ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ເລແທງຫາຍ ຕ້ອນຮັບ
ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້
(ພາບ: Thanh Vũ/TTXVN)
(vovworld) - ຕອນຄຳ່ວັນທີ 31/3, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈິມິນ ທ່ານເລແທງຫາຍ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດລາວ, ນຳໜ້າເຂົ້າຢ້ຽມຄຳນັບໃນໂອກາດເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານເລຂາຄະນະພັກນະຄອນ ເລແທງຫາຍ ໃຫ້ຂໍ້ສັງເກດວ່າ: ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ນັບມື້ນັບໄດ້ຮັບການເພີ່ມທະວີ, ພິເສດແມ່ນໂຄງການຮ່ວມມືລະອຽດລະຫວ່າງນະຄອນໂຮ່ຈິມິນ ກັບບັນດາທ້ອງຖິ່ນຂອງລາວຄື: ນະຄອນຫຼວງວຽງຈັນ, ແຂວງຈຳປາສັກ ບັນລຸໄດ້ບັນດາໝາກຜົນອັນອີງາມ. ທ່ານເລຂາຄະນະພັກນະຄອນ ເລແທງຫາຍ ປາດຖະໜາວ່າ: ພັກ, ລັດຖະບານລາວ ສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂໃຫ້ນະຄອນໂຮ່ຈິມິນ ແລະ ບັນດາທ້ອງຖິ່ນຂອງລາວ ເພີ່ມທະວີການຮຳ່ຮຽນ, ແບ່ງປັນບົດຮຽນ, ຊຸກຍູ້ການຮ່ວມມືພັດທະນາກ່ວາອີກ. ສ່ວນທ່ານນາງ ປານີ ຢາທໍ່ຕູ້ ສະແດງຄວາມປາດຖະໜາວ່າ: ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງວຽງຈັນ ເພີ່ມທະວີການແລກປ່ຽນບົດຮຽນ, ພິເສດໃນການເຄື່ອນໄຫວກວດກາ, ຕິດຕາມກວດກາກໍ່ຄືຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ສຳຄັນອື່ນໆ.