ເລຂາຄະນະພັກຮ່າໂນ້ຍຟ້າມກວາງງີ້ຢ້ຽມຢາມສຳນັກສັງຄະລາດຮ່າໂນ້ຍ
ເລຂາຄະນະພັກຮ່າໂນ້ຍຟ້າມກວາງງີ້ຢ້ຽມຢາມສຳນັກສັງຄະລາດຮ່າໂນ້ຍ
(ພາບ: Nguyên Nhung)
(vovworld) - ເນື່ອງໃນໂອກາດຕ້ອນຮັບວັນບຸນ ຄຼິດສະມາດ 2014, ຕອນເຊົ້າວັນທີ 22/12, ທ່ານ ຟ້າມກວາງງີ້, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ໄປຢ້ຽມຢາມ, ອວຍພອນບັນດາພະສົງສຳມະເນນສາສະໜາຄຼິດທີ່ສຳນັກສັງຄະລາດບໍລິເວນ ຮ່າໂນ້ຍ. ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຟ້າມກວາງງີ້ ອວຍພອນໃຫ້ສັງຄະນະຍົກ ເປໂຣ ຫງວຽນວັນເຍີນ ພ້ອມກັບພໍ່ແມ່ປະຊາຊົນຊາວຄຼິດ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີວັນບຸນ ຄຼິດສະມາດເຕັມໄປດ້ວຍຄວາມສຸກ, ພ້ອມທັງຢືນຢັນວ່າ: ການນຳນະຄອນຍາມໃດກໍ່ຮັບຮູ້ບັນດາຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາດຖະໜາອັນເປັນທຳຂອງພໍ່ແມ່ປະຊາຊົນຖືສາສະໜາຄຼິດ.
ສັງຄະນະຍົກ ເປໂຣ ຫງວຽນວັນເຍີນ ໃຫ້ຮູ້ວ່າ: ຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ພໍ່ແມ່ປະຊາຊົນຊາວຄຼິດ ຢູ່ໃນສິນ, ກິນໃນທຳ, ເຄົາລົບບູຊາພະເຢຊູ ແລະ ຮັກຊາດ ແລະ ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາຂອງປະເທດຊາດ.