ເລຂາທິການໃຫຍ່ Nguyen Phu Trong ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່
ເລຂາທິການໃຫຍ່ Nguyen Phu Trong ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່
(ພາບ: Doan Tuan)
(vovworld) - ພາຍຫຼັງການພົບປະ 2 ຄັ້ງ ກັບຜູ້ມີສິດເລືອກຕັ້ງ ເມືອງ ບາດິ່ງ ແລະ ເມືອງ ຮ່ວານກ໋ຽມ, ຮ່າໂນ້ຍ, ຕອນເຊົ້າວັນທີ 30/6, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ເຂດເລືອກຕັ້ງເລກ 1 ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່, ເພື່ອລາຍງານໝາກຜົນກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ຖືວ່າ: ບັນດາຄວາມເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງແມ່ນພື້ນຖານເພື່ອໃຫ້ບັນດາສະມາຊິກສາພາແຫ່ງຊາດຈົດຈຳ ແລະ ສ່ອງແສງເຖິງບັນຫາເຊິ່ງຜູ້ມີສິດເລືອກຕັ້ງໄດ້ຝາກນຳ, ປະກອບສ່ວນແກ້ໄຂບັນດາບັນຫາເຄັ່ງຮ້ອນທີ່ພວມເກີດຂຶ້ນໃນສັງຄົມ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ: ປະເທດຊາດພວມຢືນຢູ່ຕໍ່ໜ້າກາລະໂອກາດທີ່ສະດວກແຕ່ວ່າການທ້າທາຍກໍບໍ່ແມ່ນໜ້ອຍ ແລະ ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຈົ່ງຮ່ວມແຮງຮ່ວມໃຈຜ່ານຜ່າ, ປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ ຢ່າງມີໄຊ. ຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຈະສະຫຼຸບບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່, ສົ່ງເຖິງສະພາແຫ່ງຊາດໃນໄວໆນີ້.