ເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki moon ຢ້ຽມຢາມ ປາກິດສະຖານ

ເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki moon ຢ້ຽມຢາມ ປາກິດສະຖານ - ảnh 1
ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ Ban Ki moon
(ພາບ: thenews.com.pk)

(vovworld) - ວັນ​ທີ 13/8, ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ Ban Ki moon ​ໄປ​ຮອດ ປາ​ກິດ​ສະຖານ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​​ປະ​ເທດ ອາຊີ ​ໃຕ້​ນີ້​​ເປັນ​ເວລາ 2 ວັນເພື່ອ​ປຶ​ກສາ​ຫາລື​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ປະ​ເທດ​​ເຈົ້າພາບ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ສຳຄັນ​ຄື​ການ​ຄຸ້ມ​ຄອງ​ໄພພິບັດ​, ການສຶກສາ, ສັນຕິພາບ ​ແລະ ພິ​ເສດ​ແມ່ນ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ປາ​ກິດ​ສະຖານ ​ແລະ ອິນ​ເດຍ ​ໄລຍະ​ມໍ່ໆ​ມາ​ນີ້. ພາຍຫຼັງ​ມາ​ຮອດ​ນະ​ຕອນ​ຫຼວງ Islamabad, ທ່ານ Ban Ki moon ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ສູນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ສາກົນ​ຢູ່ ມະຫາວິທະຍາ​ໄລ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ແຫ່ງ​ຊາດ. ຄາດ​ວ່າ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ເລຂາທິກາ​ນ​ໃຫຍ່ Ban Ki moon ຈະ​ມີ​ການ​ພົບ​ປະ​ກັບ​ທ່ານປະທານາທິບໍດີ ປາ​ກິດ​ສະຖານ Asif Zardari, ທ່ານ​ນາ​ຍົກ​ລັດຖະມົນຕີ Nawaz Sharif ​ແລະ ບັນດາ​ນາຍທະ​ຫານ. ວັນ​ທີ 14/8, ທ່ານ​ກໍ່​ເຂົ້າ​ຮ່ວມ​ພິທີ​ຊັກທຸງ​ສະ​ເຫຼີ​ມສະຫຼອງ​ວັນຊາດ ປາ​ກິດ​ສະຖານ.

ຂ່າວ/ບົດ​ອື່ນ