ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເດີນທາງໄປຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ

(VOVWORLD) - ຕອນເຊົ້າວັນທີ 20 ກໍລະກົດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ, ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ໄປຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ. 
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເດີນທາງໄປຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ - ảnh 1ພາບປະກອບ 

ການຢ້ຽມຢາມ ກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ປະຕິບັດຕາມຄຳເຊື້ອເຊີນຂອງພະບາດສົມເດັດພະມະຫາກະສັດ ກຳປູເຈຍ ໂນໂຣດົມ ສີຫະມູນີ. ໃນການຢ້ຽມຢາມຄັ້ງນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເຂົ້າຢ້ຽມຂ່ຳນັບກັບພະບາດສົມເດັດພະມະຫາກະສັດ ໂນໂຣດົມ ສີຫະມູນີ, ຢ້ຽມຢາມພະມານດາ Norodom Monineat Sihannouk, ຢ້ຽມຢາມພະສັງຄະລາດ ເທບວົງ  ແລະ  ພະສັງຄະລາດ ບົວກະຣີ, ເຈລະຈາກັບປະທານສະພາສູງ ສົມເດັກ ໄຊຈູມ ແລະ ປະທານສະພາແຫ່ງຊາດ ສົມເດັກ ແຮງ ຊຳຣີນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ມີການພົບປະທາງການກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັກ ຮູນແຊນ. ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານສະພາສູງ ສົມເດັກ ໄຊຈູມ ຈະເປັນປະທານຮ່ວມພິທີເປີດສະຫຼອງອະນຸສາວາລີ ມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Preah Sihanouk.

ຕອບກັບ

ຂ່າວ/ບົດ​ອື່ນ