ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງໃຫ້ສະກັດກັ້ນການເກີດສົງຄາມເຢັນແບບໃໝ່ລະຫວ່າງອາເມລິກາ-ຈີນ
ຮຸຍຮ່ວາງ, ນັກຂ່າວ VOV ປະຈຳອາເມລິກາ -  
(VOVWORLD) -ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງໃຫ້ໂລກຈົ່ງມານະພະຍາຍາມເພື່ອສະກັດກັ້ນການເກີດສົງຄາມເຢັນແບບໃໝ່ລະຫວ່າງອາເມລິກາ ແລະ ຈີນ.
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres
(ພາບ: UN Photo/Jean-Marc Ferré)
|
ວັນທີ 22 ກັນຍາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງໃຫ້ໂລກຈົ່ງມານະພະຍາຍາມເພື່ອສະກັດກັ້ນການເກີດສົງຄາມເຢັນແບບໃໝ່ລະຫວ່າງອາເມລິກາ ແລະ ຈີນ. ໃນບົດກ່າວປາໄສເປີດສາກສັບປະດາປຶກສາຫາລືຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 75 ຢູ່ສຳນັກງານໃຫຍ່ທີ່ນະຄອນນິວຢອກ, ປະເທດອາເມລິກາ, ທ່ານ Antonio Guterres, ເນັ້ນໜັກວ່າ.
“ໂລກຕ້ອງມີຄຳສັ່ງຢຸດຍິງທົ່ວໂລກ ເພື່ອຢຸດຕິບັນດາການປະທະກັນທີ່ຮ້ອນເຮັ່ງ. ແຕ່ພ້ອມດຽວກັນນັ້ນ, ພວກເຮົາຕ້ອງຊອກຫາທຸກວິທີທາງເພື່ອຫຼີກລ້ຽງການເກີດສົງຄາມເຢັນແບບໃໝ່. ພວກເຮົາພວມເດີນຕາມທິດທາງທີ່ອັນຕະລາຍທີ່ສຸດ. ໂລກນີ້ບໍ່ສາມາດທົນໄດ້ກັບອະນາຄົດ, ເຊິ່ງຢູ່ໃນນັ້ນແມ່ນ 2 ພື້ນຖານເສດຖະກິດໃຫຍ່ສຸດຢູ່ໃນໂລກໄດ້ຕັດແຍກໂລກດ້ວຍການແຕກແຫງ.”
ພ້ອມກັນນັ້ນ, ທ່ານ Antonio Guterres ກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນມີຄວາມມານະພະຍາຍາມໃຫ້ຫຼາຍກວ່າອີກເພື່ອຢຸດຕິບັນດາການປະທະກັນ ແນໃສ່ສຸມກຳລັງແຮງໃຫ້ແກ່ການຕ້ານເຊື້ອພະຍາດໂຄວິດ-19.
ຮຸຍຮ່ວາງ, ນັກຂ່າວ VOV ປະຈຳອາເມລິກາ