ເລຂາທິການໃຫ່ຍຫງວຽນ ຟູຈ້ອງໃຫ້ການຕ້ອນຮັບ ຮອງປະທານສະພາແຫ່ງ ລັດກູບາ
(ພາບ: Trí Dũng/TTXVN)
(vovworld) –ຕອນບ່າຍວັນທີ 15/9, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດກູບາ ໂດຍທ່ານນາງ Lazara Mercedes Loppez Acea ກຳມະການກົມການເມືອງ, ຮອງປະທານສະພາແຫ່ງລັດກູບາ, ເລຂາຄະນະພັກນະຄອນລາຮາວານ ນຳໜ້າພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ຢ້ຳຄືນການສະໜັບສະໜູນ, ນ້ຳໃຈສາມັກຄີຢ່າງສະເໝີຕົ້ນສະເໝີປາຍຂອງພັກ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ພາລະກິດຕໍ່ສູ້ວິລະຊົນຂອງປະຊາຊົນກູບາ. ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ສະເໜີສອງຝ່າຍຕ້ອງປັບປຸງສາຍພົວພັນດ້ານການເມືອງຢ່າງບໍ່ຢຸດຢັ້ງ, ພ້ອມທັງສຸມໃສ່ນຳສາຍພົວພັນດ້ານເສດຖະກິດ-ການຄ້າ, ວິທະຍາສາດ-ເຕັກນິກ, ວັດທະນະທຳ-ການສຶກສາເຂົ້າສູ່ລວງເລິກ, ຮັບໃຊ້ພາລະກິດພັດທະນາຂອງແຕ່ລະປະເທດຢ່າງມີປະສິດທິຜົນ./.