ເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ແລະ ຄະນະ ສ.ສ.ຊ ນະຄອນຮ່າໂນ້ຍພົບປະກັບຜູ້ມີສິດເລືອກຕັ້ງ

(VOVWORLD) -ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ແລະ ຄະນະ ສ.ສ.ຊ ນະຄອນຮ່າໂນ້ຍ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່, ບາດີງ ແລະ ຮ່ວານກ້ຽມ
ເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ແລະ ຄະນະ ສ.ສ.ຊ ນະຄອນຮ່າໂນ້ຍພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງ 

ວັນທີ 29 ພະຈິກ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ແລະ ຄະນະ ສ.ສ.ຊ ນະຄອນຮ່າໂນ້ຍ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່, ບາດີງ ແລະ ຮ່ວານກ້ຽມ ເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມຊຸດທີ 14 ດ້ວຍບັນດາເນື້ອໃນກ່ຽວກັບວຽກງານນິຕິບັນຍັດ, ການຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ແລະ ການຕິດຕາມກວດກາສູງສຸດ. ກ່າວຄຳເຫັນທີ່ການ ພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໃຫ້ຮູ້ວ່າ : ວຽກງານຕ້ານສໍ້ລາດບັງຫຼວງໃນໄລຍະທີ່ຜ່ານມາໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ, ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ແມ່ນຍັງມີວຽກງານຫຼາຍຢ່າງທີ່ຍັງຈະຕ້ອງເຮັດ. ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ກ່າວວ່າ : 

    “ ການເຄື່ອນໄຫວຕ້ານສໍລາດບັງຫຼວງຢູ່ຂັ້ນລຸ່ມແມ່ນຍັງບໍໍ່ທັນຫັນປ່ຽນຢ່າງແຂງແຮງ. ວຽກງານນີ້ພວມປະຕິບັດຢ່າງບາງແຫ່ງ. ໃນໄລຍະທີ່ຈະເຖິງ ກໍຕ້ອງປະຕິບັດຢ່າງທົ່ວເຖິງ. ພວກຂ້າພະເຈົ້າເວົ້າວ່າ ບໍ່ອາດບໍ່ເຮັດໄດ້. ແຕ່ຢາກເຮັດນັ້ນ, ປະຊາຊົນທັງປວງຕ້ອງເປັນຈິດໜຶ່ງໃຈດຽວ ແລະ ເປັນເອກະພາບກັນຢ່າງສູງ ”

ຕອບກັບ

ຂ່າວ/ບົດ​ອື່ນ