ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະເຈລະຈາກັບພະເຈົ້າຈັກກະພັດຍີ່ປຸ່ນAkihito
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະເຈລະຈາກັບ
ພະເຈົ້າຈັກກະພັດ ຍີ່ປຸ່ນ Akihito
|
(vovworld) – ໂດຍສືບຕໍ່ການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ຕອນເຊົ້າວັນທີ 16/9, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ພົບປະເຈລະຈາກັບພະເຈົ້າຈັກກະພັດ ຍີ່ປຸ່ນ Akihito. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ເຈົ້າຈັກກະພັກ Akihito ສະແດງຄວາມພາກພູມໃຈຕໍ່ການພັດທະນາວ່ອງໄວ, ແທດຈິງ ແລະ ດີງາມຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນຊຸມປີຜ່ານມາ; 2 ຝ່າຍເຫັນດີເປັນເອກະສັນ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ ເພື່ອຊຸກຍູ້ຮອບດ້ານ ແລະ ເຮັດໃຫ້ການພົວພັນ “ຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງ ຫວຽດນາມ - ຍີ່ປຸ່ນ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ” ຢ່າງເລິກເຊິ່ງກ່ວາ.
ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 16/9, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Ishighe Hiroyuki ປະທານອົງການສົ່ງເສີມການຄ້າຕ່າງປະເທດ ຍີ່ປຸ່ນ (JETRO). ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ປາດຖະໜາຢາກໃຫ້ JETRO ໜູນຊ່ວຍວິສາຫະກິດ ຍີ່ປຸ່ນ ລົງທຶນເຂົ້າບັນດາຂົງເຂດກະສິກຳ ແລະ ບັນດາຂະແໜງອຸດສາຫະກຳທີ່ໄດ້ຮັບການບຸລິມະສິດຂອງ ຫວຽນາມ, ໃນນັ້ນ ມີການຍົກສູງລະບົບມູນຄ່າຜະລິດຕະພັນກະເສດ, ສະບຽງອາຫານ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ຜະລິດຕະພັນກະເສດ - ເຄື່ອງປາຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ແຊກຊຶມເຂົ້າຕະຫລາດ ຍີ່ປຸ່ນ ຢ່າງວ່ອງໄວ. ແລະ ກໍໃນຕອນເຊົ້າວັນດຽວກັນ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕອນຮັບທ່ານ Kenmatsuzawa ປະທານສະພາການທູດປະຊາຊົນ ຍີ່ປຸ່ນ
ໃນວັນດຽວກັນ, ຢູ່ໂຕກຽວ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບການນຳພັກປະຊາທິປະໄຕເສລີ ແລະ ພັກຍຸຕິທຳໃໝ່ຂອງ ຍີ່ປຸ່ນ. ເມື່ອຕ້ອນຮັບທ່ານ Sadakazu tanigaki ເລຂາທິການໃຫຍ່ ພັກປະຊາທິປະໄຕເສລີ ຍີ່ປຸ່ນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງບົດບາດຂອງພັກປະຊາທິປະໄຕເສລີ ໃນການເພີ່ມທະວີການຮ່ວມມືກ່ຽວກັບການຊ່ວຍເຫຼືອພັດທະນາລະຫວ່າງ 2 ປະເທດກໍຄືໃນພັນທະພາບສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃຫ້ແກ່ການພັດທະນາ ການພົວພັນລະຫວ່າງ 2 ປະເທດ.
ແລະ ກໍໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍໄດ້ໃຫ້ການຕ້ອນຮັບການນຳ 4 ກຸ່ມບໍລິສັດ ແລະ ບໍລິສັດໃຫຍ່ຂອງຍີປຸ່ນຄື : Sumitomo,Mitsubishi, Taisei ແລະ ອຸດສາຫະກຳໜັກ Misubishi Omiya Hideaki.