ເລຂາທິການໃຫຍ່ຫງວຽນຟູຈ້ອງສົ່ງໂທລະເລກຂອບໃຈປະທານາທິບໍດີອາເມລິກາBarackObama
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ
ທ່ານປະທານາທິບໍດີ ອາເມລິກາ Barack Obama
(vovworld) - ໂດຍໄດ້ຮັບຄຳເຊີນຂອງອຳນາດການປົກຄອງປະທານາທິບໍດີ Barack Obama, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມ ອາເມລິກາ ຢ່າງເປັນທາງການໃນລະຫວ່າງວັນທີ 6 – 10/7/2015. ເມື່ອສິ້ນສຸດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສົ່ງໂທລະເລກຂອບອົກຂອບໃຈໄປຍັງທ່ານປະທານາທິບໍດີ ອາເມລິກາ Barack Obama. ໃນໂທລະເລກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ເປັນປົກກະຕິ ເຊິ່ງມີຄວາມໝາຍຢ່າງແທ້ຈິງ ແລະ ເຮັດໃຫ້ພວກເຮົາມີຄວາມປະທັບໃຈຢ່າງເລິກເຊີ່ງກ່ຽວກັບປະເທດຊາດ ແລະ ຊາວອາເມລິກາ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະແດງຄວາມເຊື່ອໝັ້ນວ່າ: ການເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດຍິ່ງເລິກເຊີ່ງຂຶ້ນຕື່ມ ຈະຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ ຂອງ 2 ປະເທດໃຫ້ນັບມື້ນັບພັດທະນາ, ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ອາຊີ - ປາຊີຟີກ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ອວຍພອນໃຫ້ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ອັນດີງາມ.
ເລຂາທິການໃຫຍ່ຫງວຽນຟູຈ້ອງສົ່ງໂທລະເລກຂອບໃຈເລຂາທິການໃຫຍ່ ສປຊ Ban Ki moon
ແລະກໍເນື່ອງໃນໂອກາດຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ໄປຢ້ຽມຢາມສຳນັກງານສະຫະປະຊາຊາດ ແລະ ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຝາກໂທລະເລກຂອບອົກຂອບໃຈມາຍັງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon. ເນື້ອໃນໂທລະເລກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ອວຍພອນສະຫະປະຊາຊາດສືບຕໍ່ພັດທະນາຢ່າງເຂັ້ມແຂງກ່ວາອີກ, ປຸກລະດົມໄດ້ຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ແລະ ປະກອບສ່ວນນັບມື້ນັບມີປະສິດທິຜົນໃຫ້ແກ່ແຫ່ງໂລກ ແລະ ມະນຸດ; ອວຍພອນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະປະຊາຊາດ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ .