ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ:ສານແມ່ນອົງການສຳຄັນໃນການປົກປ້ອງຄວາມຍຸດຕິທຳ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ:ສານແມ່ນອົງການສຳຄັນໃນການປົກປ້ອງຄວາມຍຸດຕິທຳ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ພັກ, ການ​ນຳ​ຫຼັກ​ແຫຼ່ງສານ​ປະຊາຊົນ​ສູງ​ສຸດ
(ພາບ: TTXVN)

(vovworld) – ຕອນ​ເຊົ້າ ວັນ​ທີ 20/03 ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ສູນ​ກາງ​ພັກ​ຄອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ ກ່ຽວ​ກັບວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ພັກ, ການ​ນຳ​ຫຼັກ​ແຫຼ່ງສານ​ປະຊາຊົນ​ສູງ​ສຸດ​ກ່ຽວ​ກັບ​ວຽກ​ງານ​ສານ​ ນັບ​ແຕ່​ຕົ້ນ​ອາຍຸ​ການ​ຂອງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງ​ທີ 11 ມາ​ຮອດ​ປະຈຸ​ບັນ. ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕີ​ລາຄາ​ສູງ  ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ສານ​ປະຊາຊົນ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ແມ່ນ​ອົງການ​ສຳຄັນ​ໃນ​ການ​ປົກ​ປ້ອງປົກ​ປ້ອງ​ຄວາມ​ຍຸດຕິ​ທຳ​, ປົກ​ປ້ອງ​ສິດທິ​ມະນຸດ, ປົກ​ປ້ອງ​ລະບອບ​ກົດໝາຍ​ສັງຄົມ​ນິຍົມ. ​ເມື​່ອ​ເຕື້ອງ​ເຖິງ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ທີ່​ຈະ​ມາ​ເຖິງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ : ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການໂຕ້​ຄວາມ​ຢ່າງ​ເປີດ​ເຜີຍ​, ປະຊາທິປະ​ໄຕ, ປະກອບສ່ວນ​ຈຳກັດ​ການຕັດສິນລົງ​ໂທດ​ ​ບໍ່​ຖືກຕ້ອງ. ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ​ໃຫ້​ສານ​ປະຊາຊົນ​ສູງ​ສຸດ ​ແລະ ສານ​ຂັ້ນ​ຕ່າງໆ​ຕັ້ງໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ຍົກ​ອອກ​ການ​ພິພາກສາ​ບັນດາ​ກໍລະນີ ສໍ້​ຫຼາດ​ບັງ​ຫຼວງຂະໜາດ​ໃຫຍ່ ​ເຊິ່ງຄະນະ​ຊີ້​ນໍາສູນ​ກາງ​​ໄດ້​ຊີ້​ນຳກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ. ທ່ານ​ເລຂາ​ທິການ​ໃຫຍ່ ກໍ່​ຍັງ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ, ລັດຖະກອນ, ​ເປັນ​ຕົ້ນ​ແມ່ນ​ຖັນ​ແຖວພິພາກສາຕອບ​ສະໜອງ​ຄວາມຮຽກຮ້ອງ​ຕ້ອງການ ​ແລະ ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່.

 

ຂ່າວ/ບົດ​ອື່ນ