ເລີ່ມດຳເນີນບັ້ນເຄື່ອນໄຫວເພື່ອລົບລ້າງການໃຊ້ຄວາມຮຸ້ນແຮງສຳລັບແມ່ຍິງ ແລະ ເດັກຍິງ
(ບັ້ນເຄື່ອນໄຫວເພື່ອລົບລ້າງການໃຊ້ຄວາມຮຸ້ນແຮງສຳລັບແມ່ຍິງ ແລະ ເດັກຍິງ)
(vovworld) – ເພື່ອຕອບສະໜອງວັດສາກົນລົບລ້າງການໃຊ້ຄວາມຮຸ້ນແຮງສຳລັບແມ່ຍິງ ແລະ ເດັກຍິງ (25/11), ຕອນເຊົ້າວັນທີ 23/11, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ອົງການສະຫະປະຊາຊາດ ປະຈຳຫວຽດນາມ ຈັດຕັ້ງພິທີເລີ່ມດຳເນີນບັ້ນເຄື່ອນໄຫວເພື່ອລົບລ້າງການໃຊ້ຄວາມຮຸ້ນແຮງສຳລັບແມ່ຍິງ ແລະ ເດັກຍິງ.
ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງອົງການຈັດຕັ້ງ ແລະ ສ່ວນບຸກຄົນ ສຳລັບວຽກງານປ້ອງກັນ, ຕ້ານການໃຊ້ຄວາມຮຸ້ນແຮງໃນຄອບຄົວໃນໄລຍະ. ແຕ່ວ່າ, ປະສິດທິຜົນວຽກງານປ້ອງກັນ, ຕ້ານການໃຊ້ຄວາມຮຸ້ນແຮງໃນຄອບຄົວຍັງຕໍ່າຢູ່. ສະນັ້ນ, ຕ້ອງຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ເພື່ອປ່ຽນແປງການກະທຳສຳລັບການໃຊ້ຄວາມຮຸ້ນແຮງໃນຄອບຄົວ ແມ່ນໜ້າທີ່ຂອງທົ່ວສັງຄົມ. ທ່ານ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ.
“ຂ້າພະເຈົ້າສະເໜີໃຫ້ສູນກາງສະມາຄົມຫວຽດນາມ ສືບຕໍ່ເປັນເຈົ້າການ, ສົມທົບກັບສະຫະພັນແມ່ຍິງຫວຽດນາມ ຢ່າງຕັ້ງໜ້າ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວລະອຽດ, ແນໃສ່ຍົກສູງຄວາມຮັບຮູ້ໃຫ້ພະນັກງານສະມາຊິກຂອງຕົນ ປະຕິບັດການປ້ອງກັນ, ຕ້ານການໃຊ້ຄວາມຮຸ້ນແຮງໃນຄອບຄົວຫຼາຍກວ່າອີກ, ສ້າງຄອບຄົວທີ່ອີ່ມໜຳສຳລານ ແລະ ຜາສຸກ. ພວກເຮົາເຊື່ອມໝັ້ນວ່າ, ດ້ວຍຄວາມານະພະຍາຍາມຂອງລັດຖະບານ, ບັນດາຂະແໜງການ, ທຸກຂັ້ນ ແລະ ທົ່ວສັງຄົມ, ວຽກງານປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວສຳລັບແມ່ຍິງ ແລະ ເດັກຍິງ ຈະບັນລຸໄດ້ຜົນງານທີ່ດີກວ່າ, ປະກອບສ່ວນສ້າງຊີວິດໃຫ້ຊາວຫວຽດນາມ ແຕ່ລະຄົນ ນັບມື້ນັບດີງາມ ແລະ ພັດທະນາ, ເຮັດໃຫ້ຄອບຄົວຫວຽດນາມ ກາຍເປັນພື້ນຖານສັງຄົມທີ່ໝັ້ນຄົງ, ເຂັ້ມແຂງ ຊ່ວຍຫວຽດນາມ ພັດທະນາຢ່າງໄວ ແລະ ໝັ້ນຄົງໃນສະຕະວັດທີ 21”.