ເລີ່ມຕົ້ນລາຍການຢັ້ງຢືນສິນຄ້າຫວຽດນາມ-ຄວາມເອກອ້າງທະນົງໃຈຕໍ່ສິນຄ້າຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 11 ຕຸລາ ຢູ່ ນະຄອນ ໂຮ່ຈີມີນ ໄດ້ດຳເນີນພິທີປຸກລະດົມລາຍການຢັ້ງຢືນສິນຄ້າຫວຽດນາມ - ຄວາມເອກອ້າງທະນົງໃຈຕໍ່ສິນຄ້າຫວຽດນາມ ແລະ ກອງປະຊຸມຄູ່ຮ່ວມມືພັດທະນາສິນຄ້າຫວຽດນາມ. 

ເລີ່ມຕົ້ນລາຍການຢັ້ງຢືນສິນຄ້າຫວຽດນາມ-ຄວາມເອກອ້າງທະນົງໃຈຕໍ່ສິນຄ້າຫວຽດນາມ - ảnh 1 ພິທີໄຂ "ລາຍການຢັ້ງຢືນສິນຄ້າຫວຽດນາມ"

ພາບ: dan tri

ມີ 400 ວິສາຫະກິດທີ່ເຂົ້າຮ່ວມລາຍການໄດ້ຖືວ່າ: ການເຄື່ອນໄຫວໂຄສະນາສິນຄ້າຫວຽດນາມ ໃນໄລຍະຜ່ານມາ ໄດ້ມີບັນດາໝາກຜົນເປັນຫນ້າຊື່ນຊົມ ແລະ ສິນຄ້າຫວຽດນາມ ໄດ້ນຳໄປຂາຍ ແລະ ວາງສະແດງຢູ່ຫລາຍປະເທດໃນໂລກ. ໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ພ້ອມດ້ວຍບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ຄວນເພີ່ມທະວີວຽກງານການກຳນົດທິດ, ແຈ້ງຂໍ້ມູນຂ່າວກ່ຽວກັບຕະຫລາດ, ສ້າງກົນໄກຮ່ວມມື, ເຊື່ອມຕໍ່ສິນຄ້າລະຫວ່າງບັນດາວິສາຫະກິດ. ທ່ານ ໂດ໋ທັງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ໃຫ້ຮູ້ວ່າ:

        “ໃນຈຸດເວລາປະຈຸບັນ, ການແກ້ງແຍ້ງແມ່ນເຄັ່ງຄັດທີ່ສຸດ ແລະ ເປັນຫ່ວງວ່າ ສິນຄ້າຫວຽດນາມ ຈະ ຄອງຕະຫລາດຢູ່ພາຍໃນປະເທດໄດ້ຫລືບໍ່ ຫາກບໍ່ທັນເວົ້າເຖິງເລື່ອງສົ່ງໄປຂາຍຢູ່ຕ່າງປະເທດ. ເຖິງຢ່າງໃດກໍຕາມ ສຳລັບກະຊວງອຸດສາຫະກຳການຄ້າຫວຽດນາມແລ້ວ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຢັ້ງຢືນວ່າ ສິນຄ້າຫວຽດນາມ ສືບຕໍ່ມີທີ່ຕັ້ງຢູ່ພາຍໃນປະເທດ ພ້ອມທັງພັດທະນາອອກສູ່ຕະຫລາດພາກພື້ນ ແລະ ໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ