ເລີີ່ມລົງມືກໍ່ສ້າງສູນແກ້ໄຂລະເບີດແຫ່ງຊາດຫວຽດນາມ


  ເລີີ່ມລົງມືກໍ່ສ້າງສູນແກ້ໄຂລະເບີດແຫ່ງຊາດຫວຽດນາມ - ảnh 1
​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ຮ່​ວາງ​ຈຸງ​ຫາຍກ່າວ​ຄຳ​ເຫັນ​ທີ່​ພິ​ທີເປີດ ໂຄງການກໍ່​ສ້າງສຳ​ນັກ​ງານ​ສູນ​ແກ້​ໄຂ​ລະ​ເບີດ​ແຫ່ງ​ຊາດ​ຫວຽດ​ນາມ

(vovworld)- ພິ​ທີເປີດໂຄງການກໍ່​ສ້າງສຳ​ນັກ​ງານ​ສູນ​ແກ້​ໄຂ​ລະ​ເບີດ​ແຫ່ງ​ຊາດ​ຫວຽດ​ນາມ​​ ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 27/4 ຢູ່​ ​ເມືອງ ແທກ​ເທີດ - ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ຮ່​ວາງ​ຈຸງ​ຫາຍ ເນັ້ນ​ໜັກ​ວ່າ ໂຄງ​ການ​ລົງ​ທຶນກໍ່​ສ້າງ​ສູນ​ແກ້​ໄຂ​ລະ​ເບີດ​ແຫ່ງ​ຊາດ​ຫວຽດ​ນາມ​ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ທີ່​ສຳ​ຄັນ​ຍິ່ງ​ທີ່​ມີ​ຕໍ່​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນຫຼັງ​ຂອງ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ​ພາຍຫຼັງ​ສົງ​ຄາມ, ຮັບ​ໃຊ້ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ຫວຽດ​ນາມ, ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ເຄ​ື່ອນ​ໄຫວຂອງ​ສູນ​ແກ້​ໄຂ​ລະ​ເບີດ​ແຫ່ງ​ຊາດ​ຫວຽດ​ນາມ​. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ຮ່​ວາງ​ຈຸງ​ຫາຍ ສະ​ແດງ​ຄວາມ​ຫວັງ​ວ່າ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ຂອງ​ລັດ​ຖະ​ບານ​ບັນ​ດາປະ​ເທດ​, ບັນ​ດາ​ອົງ​ການ​ສາ​ກົນ, ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງໆ ທີ່​ມີ​ຕໍ່​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນຫຼັງ​ຂອງ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ​ພາຍຫຼັງ​ສົງ​ຄາມຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ