ເລີ່ມລົງມືກໍ່ສ້າງເຂດອຸດສາຫະກຳ - ຕົວເມືອງ ແລະ ບໍລິການ ກວາງຫງ້າຍ

ເລີ່ມລົງມືກໍ່ສ້າງເຂດອຸດສາຫະກຳ - ຕົວເມືອງ ແລະ ບໍລິການ ກວາງຫງ້າຍ - ảnh 1
ນາຍົກລັດຖະມົນຕີ ຫວຽດນາມ ແລະ ສິງກາໂປ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ VSIP
(ພາບ: Chinhphu.vn)

(vovworld) - ພິທີ​ເລີ່​ມລົງມື​ກໍ່ສ້າງ​ເຂດ​ອຸດສາຫະກຳ - ຕົວ​ເມືອງ ​ແລະ ການ​ບໍລິການ (VSIP) ກວາງ​ຫງ້າ​ຍ ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 13/9, ຢູ່​ເມືອງ ​ເຊີນ​ຕິ້ງ, ​ແຂວງ ກວາງ​ຫງ້າ​ຍ. ນີ້​ແມ່​ນ​ເຂດ​ອຸດສາຫະກຳ ຫວຽດນາມ - ສິງ​ກາ​​ໂປ​ ​ແຫ່ງທີ 5 ຢູ່ ຫວຽດນາມ.

    ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​​ໃຫ້​ຮູ້​ວ່າ: ​ເຫດການ​ເລີ່​ມລົງມື​ກໍ່ສ້າງ VSIP ກວາງ​ຫງ້າ​ຍ ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ຖືກ​ຈັດ​ຕັ້ງ​ກົງ​ກັບ​ໂອກາດ 2 ປະ​ເທດ ສະ​ເລີມ​ສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນທາງ​ການ​ທູດ ​ແລະ ຍົກ​ການ​ພົວພັນ 2 ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.  ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

    “ຍາມ​ໃດ​ລັດຖະບານ ຫວຽດນາມ ກໍ່ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ສິງ​ກາ​ໂປ. ພວກ​ຂ້າພະ​ເຈົ້າ​ຕັ້ງໜ້າ​ປັບປຸງ​ພື້ນຖານ​ໂຄງ​ລ່າງ, ສ້າງ​ລະບົບ​ກົດໝາຍ​ໃຫ້​ສົມບຸນ​ແບບ, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA), ​ໃນ​ນັ້ນ​ມີ​ສັນຍາ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ​ເພື່ອ​​ແນ​ໃສ່​ສ້າງ​ສະພາບ​ແວດລ້ອມ​ທີ່ອຳນວຍ​ຄວາມ​ສະ​ດວກ​ທີ່​ສຸດ​ໃຫ້​ບັນດາ​ນັກ​ລົງທຶນ.”

    ສ່ວນ​ທ່ານ​ນາຍົກລັດຖະມົນຕີ ສິງ​ກາ​ໂປ ຫຼີຊຽນຫຼົງ ຢືນຢັນວ່າບັນດາ​ວິ​ສາ​ຫະກິດ ສິງ​ກາ​​ໂປ ປາດ​ຖະໜາ​ຢາກ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື ຫວຽດນາມ ​ໃນ​ບັນດາ​ຄວາມ​ສາມາ​ດບົ່ມ​ຊ້ອນ​ຫຼາຍ​ຢ່າງ:

    “VSIP ກວາງ​ຫງ້າ​ຍ ຈະ​ນຳ​ມາ​ເຊິ່ງມາດຖານ​ໃໝ່​ກ່ຽວ​ກັບ​ຄຸນ​ນະພາ​ບກ່ຽວ​ກັບພື້ນຖານ​ໂຄງ​ລ່າງ ​ແລະ ສະພາບ​ແວດລ້ອມ. ​ເຂດ​ອຸດສາຫະກຳ​ນີ້​ຈະ​ໄດ້​ຮັບ​ການ​​ເພີ່ມ​ເຕີ​ມດ້ວຍ​ເຂດ​ປະສົມການ​ຄ້າ ​ແລະ ຊຸມ​ຊົນ​ທາງ​ທິດ​ໃຕ້​ແຂວງ ກວາງ​ຫງ້າ​ຍ, ​ເພື່ອຮັບ​​ໃຊ້ໃຫ້​ຄົນ​ງານ​ຂອງ VSIP ​ແລະ ປະຊາຊົນ​ນະຄອນ ກວາງ​ຫງ້າ​ຍ.”

    ພາຍຫຼັງ​ພິທີ​ເລີ່​ມລົງມື​ກໍ່ສ້າງ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ​ນຢູງ ​ແລະ ທ່ານ​ນາຍົກລັດຖະມົນຕີ ສິງ​ກາ​​ໂປ ຫຼີຊຽນຫຼົງ ​ໄດ້​ເປັນ​ສັກຂີ​ພິຍານ​ເລື່ອງ​ການ​ນຳ​ແຂວງ ກວາງ​ຫງ້າ​ຍ ມອບ​ໃບ​ຢັ້ງຢືນ​ລົງທຶນ​ເຂົ້າ​ເຂດ​ອຸດສາຫະກຳ​ນີ້​ໃຫ້​ 3 ນັກ​ລົງທຶນ​ຕ່າງປະ​ເທດ ດ້ວຍ​ເງິ​ນລົງທຶນ 115 ລ້ານ USD.

ຂ່າວ/ບົດ​ອື່ນ