ເລືອດ 38.000 ຖົງທີ່ເກັບໄດ້ຈາກລາຍການບໍລິຈາກເລືອດ 2017

(VOVWORLD) - ຕອນເຊົ້າວັນທີ 29/7, ຢູ່ ຮ່າໂນ້ຍ, ໄດ້ດຳເນີນງານບຸນບໍລິຈາກເລືອດ “ຢາດເລືອດຕອບບຸນແທນຄຸນ“

ເລືອດ 38.000 ຖົງທີ່ເກັບໄດ້ຈາກລາຍການບໍລິຈາກເລືອດ 2017 - ảnh 1 ລາຍການບໍລິຈາກເລືອດ 2017

(ພາບ: BTC)

 ແລະ ສະຫຼຸບລາຍການບໍລິຈາກເລືອດທົ່ວປະເທດ 2017. ງານບຸນບໍລິຈາກເລືອດ “ຢາດເລືອດຕອບບຸນແທນຄຸນ“ ແມ່ນການເຄື່ອນໄຫວສຸດທ້າຍຂອງລາຍການບໍລິຈາກເລືອດທົ່ວປະເທດ 2017. ໃນການບໍລິຈາກເລືອດມື້ນີ້ຄາດວ່າຈະເກັບເລືອດຈາກຊາວ ຮ່າໂນ້ຍ ໄດ້ເກືອບ 5.000 ຖົງ. ລາຍການບໍລິຈາກເລືອດທົ່ວປະເທດ 2017 ແກ່ຍາວໃນໄລຍະ 1 ເດືອນ, ທີ່ດຳເນີນຢູ່ 28 ແຂວງ, ນະຄອນ, ຄາດວ່າຈະເກັບເລືອດໄດ້38.000 ຖົງ, ຫຼາຍທົບ 2 ເທົ່າເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ. ສາສະດາຈານ ຫງວຽນແອງຈີ໋, ຫົວໜ້າສະຖາບັນໂລຫິດສາດ - ສົ່ງເລືອດສູນກາງ, ໃຫ້ຮູ້ວ່າ:

        “ປີນີ້ໂລກລະບາດໄຂ້ເລືອດອອກໄດ້ປະກົດກ່ອນປົກກະຕິສອງ, ສາມເດືອນ ແລະ ເວລາທີ່ມີຫຼາຍຄົນຕິດພະຍາດນີ້ທີ່ສຸດແມ່ນເດືອນ 7. ພະຍາດນີ້ພາໃຫ້ຫຼາຍຄົນຂາດເລືອດ, ເສຍຊີວິດງ່າຍ. ແຕ່ຍ້ອນມີ ລາຍການບໍລິຈາກເລືອດ ຈະປະກອບສ່ວນກູ້ເອົາຊີວິດໃຫ້ຜູ້ເປັນພະຍາດໄຂ້ເລືອດອອກ. ຍິ່ງກວ່ານັ້ນ, ລາຍການບໍລິຈາກເລືອດທົ່ວປະເທດຈະສືບຕໍ່ແຜ່ຂະຫຍາຍຢ່າງກວ້າງຂວາງ, ປະກອບສ່ວນຍົກປະລິມານເລືອດອາສາສະໝັກຂື້ນຕື່ມໃນໄລຍະຈະມາເຖິງອີກ“.

ຕອບກັບ

ຂ່າວ/ບົດ​ອື່ນ