(vovworld) - ໃນລະຫວ່າງວັນທີ 17 – 19/4, ຢູ່ນະຄອນ ໂຮ່ຈີມິນ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (ຫຼື VCCI) ສົມທົບກັບສະຫະພັນການຄ້າ ສິ່ງກາໂປ (ຫຼື SBF) ໄດ້ຈັດຕັ້ງ “ເວທີປາໄສວິສາຫະກິດ ຫວຽດນາມ - ສິ່ງກາໂປ 2013” (ຫຼື VSBF 2013). ນີ້ແມ່ນເຫດການນອນໃນການເຄື່ອນໄຫວຕ່າງໆສະເຫຼີມສະຫລອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ສິ່ງກາໂປ. ເວທີປາໄສ ໄດ້ສຸມໃສ່ປຶກສາຫາລື 4 ຫົວຂໍ້ເຊິ່ງລວມມີ: ການເງິນ, ອະສັງຫາລິມະຊັບ, ບໍລິການສາທາລະນະສຸກ, ການທ່ອງທ່ຽວ, ການຜະລິດ - ພາລະທິການ, ໄດ້ນຳມາເຊິ່ງຂໍ້ມູນຂ່າວສານ ກ່ຽວກັບສະພາບການເສດຖະກິດມະຫາພາກ, ນະໂຍບາຍດຶງດູດການລົງທຶນ ຢູ່ ຫວຽດນາມໃຫ້ແກ່ວົງຄະນະຍາດວິສາຫະກິດ ຫວຽດນາມ - ສິ່ງກາໂປ. ບັນດານັກຊ່ຽວຊານ, ນັກວາງນະໂຍບາຍ, ການນຳວິສາຫະກິດໃຫຍ່ຕ່າງໆ ຍັງໃຫ້ສັງເກດຢ່າງເລິກເຊິ່ງ ແລະ ມີຄວາມສາມາດບົ່ມຊ້ອນລົງທຶນ, ດຳເນີນທຸລະກິດ, ເພື່ອໜູນຊ່ວຍວິສາຫະກິດ ຫວຽດນາມ - ສິ່ງກາໂປ ຊຸກຍູ້ການເຄື່ອນໄຫວຮ່ວມສຳພັນ, ຮ່ວມມືລົງທຶນ... ໃນຂອບເຂດເວທີປາໄສ ມີບັນດາລາຍການສະຫງວນໃຫ້ປະຊາຄົມວິສາຫະກິດ 2 ປະເທດຄື: ຢ້ຽມຊົມເຂດວາງສະແດງ, ສຳຫລວດຕົວຈິງຢູ່ບາງເຂດອຸດສາຫະກຳ ແລະ ໂຮງໝໍຢູ່ພາກໃຕ້.