(vovworld) - ວັນທີ 28/8, ຢູ່ຮ່າໂນ້ຍ, ສະຖາບັນວິທະຍາສາດສັງຄົມຫວຽດນາມ ໄດ້ສົມທົບກັບກອງທຶນສ.ເກົາຫຼີ (Korea Foundation) ຈັດຕັ້ງເວທີປາໄສ ສ.ເກົາຫຼີ - ຫວຽດນາມ ດ້ວຍຫົວຂໍ້ວ່າ “ການພົວພັນຄູ່ຮ່ວມມືຍຸດທະສາດສ.ເກົາຫຼີ - ຫວຽດນາມ ໃນ 20 ປີຈະມາເຖິງ: ແບ່ງປັນທັດສະນະ ແລະ ພູມປັນຍາ”. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຫວຽດນາມ - ສ.ເກົາຫຼີ ຢ່າງເປັນທາງການ (22/12/1992 – 22/12/2012) ແລະ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືໃນການຄົ້ນຄວ້າວິທະຍາສາດ, ການບຳລຸງສ້າງ ແລະ ເປັນທີ່ປຶກສາດ້ານນະໂຍບາຍລະຫວ່າງບັນດາສະຖາບັນຄົ້ນຄວ້າຂອງຫວຽດນາມ - ສ.ເກົາຫຼີ. ກ່າວຄຳເຫັນທີ່ເວທີປາໄສ, ສາດສະດາຈານ, ປະລິຍາເອກ Nguyen Xuan Thang, ປະທານສະຖາບັນວິທະຍາສາດສັງຄົມຫວຽດນາມ ໃຫ້ຮູ້ວ່າ.
“ໃນສະພາບການໂລກາພິວັດ ແລະ ເຊື່ອມໂຍງເສດຖະກິດເຂົ້າກັບສາກົນ, ສ.ເກົາຫຼີ ແລະ ຫວຽດນາມ ໄດ້ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ແລະ ອາດສາມາດເພີ່ມເຕີ່ມໃຫ້ກັນໄດ້ ໃນວິວັດການຮ່ວມມື ແລະ ພັດທະນາ. ຍິ່ງກວ່ານັ້ນ, ການພົວພັນຮ່ວມມື ສ.ເກົາຫຼີ - ຫວຽດນາມ ຍັງໄດ້ຮັບການຊຸກຍູ້ຢ່າງແຮງ ຍ້ອນຄວາມສັດສິນໃຈດ້ານການເມືອງຂອງການນຳຂັ້ນສູງສອງປະເທດ. ເພາະສະນັ້ນ, ພາຍຫຼັງພຽງ 20 ປີ, ແຕ່ ການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ໄດ້ຮັບການພັດທະນາໃນທຸກຂົງເຂດການເມືອງ, ການຕ່າງປະເທດ, ເສດຖະກິດ, ວັດທະນະທຳ, ສັງຄົມຢ່າງວ່ອງໄວ ອັນໄດ້ກ່າຍເປັນແບບຢ່າງດີເດັ່ນກ່ຽວກັບການພົວພັນຮ່ວມມືສອງຝ່າຍໃນພາກພື້ນ”.