ເວ​ທີ​ປາ​ໄສ​ການ​ລົງ​ທຶນ​ການ​ຄ້າ ຫວຽດ​ນາມ - ຟິ​ລິບ​ປິນ

(VOVWORLD) - ໃນຂອບເຂດການຢ້ຽມຢາມສ.ຟີລິບປິນຢ່າງເປັນທາງການ, ຕອນເຊົ້າວັນທີ 24 ພະຈິກ, ຢູ່ນະຄອນຫຼວງ ມານີລາ ໄດ້ດຳເນີນເວທີປາໄສການລົງທຶນ - ການຄ້າ ຫວຽດນາມ - ຟິລິບປິນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານປະທານສະພາສູງ ຟີລິບປິນ Juan Miguel Zubiri ໄດ້ເຂົ້າຮ່ວມເວທີປາໄສ.

ເວ​ທີ​ປາ​ໄສ​ການ​ລົງ​ທຶນ​ການ​ຄ້າ ຫວຽດ​ນາມ - ຟິ​ລິບ​ປິນ - ảnh 1ເວທີປາໄສການລົງທຶນການຄ້າ ຫວຽດນາມ - ຟິລິບປິນ (ພາບ: TTXVN)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ ຫວຽດນາມ ແລະ ຟີລິບປິນ ໄດ້ແບ່ງປັນຫຼາຍຄຸນຄ່າຜົນປະໂຫຍດທາງດ້ານຍຸດທະສາດ ທີ່ມີຈຸດຄ້າຍຄືກັນ. ສອງປະເທດມີຖານະບົດບາດສຳຄັນໃນ ອາຊຽນ ແລະ ແມ່ນສອງພື້ນຖານເສດຖະກິດພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ຕັ້ງໜ້າ, ບໍ່ມີການແກ້ງແຍ່ງແຕ່ມີລັກສະນະສະໜັບສະໜູນໃຫ້ກັນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ:

        ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງທີ່ສຸດ ແລະ ເວທີປາໄສໃນມື້ນີ້ແມ່ນໜຶ່ງໃນບັນດາກຳລັງໜູນເພື່ອສ້າງຕັ້ງກົນໄກຮ່ວມມື. ຫວຽດນາມ ແລະ ຟີລິບປິນ ກຳນົດເປົ້າໝາຍຮອດປີ 2026, ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສອງປະເທດຈະບັນລຸການຄ້າເພີ່ມ 10 ຕື້ USD ຕາມທິດດຸ່ນດ່ຽງ. ຫວຽດນາມ ຈະສືບຕໍ່ ຮັບປະກັນການສະໜອງເຂົ້າສານໃຫ້ແກ່ ຟີລິບປິນ ແລະ ພ້ອມແລ້ວທີ່ຈະນຳເຂົ້າສິນຄ້າ, ຜະລິດຕະພັນຕ່າງໆ ເຊິ່ງຟີລິບປິນມີທ່າແຮງ, ສ້າງທຸກເງື່ອນໄຂສະດວກໃຫ້ ວິສາຫະກິດ ສອງປະເທດ ໃນການຊອກຫາກາລະໂອກາດດຳເນີນທຸລະກິດຢູ່ ຫວຽດນາມ.

        ໃນບົດກ່າວປາໄສຂອງຕົນ, ທ່ານປະທານສະພາສູງ ຟີລິບປິນ Juan Miguel Zubiri ໄດ້ຕີລາຄາວ່າສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ ມີຄວາມຂະຫຍັນຂັນເຄື່ອນ ແລະ ສະດວກທີ່ສຸດຕໍ່ໃຫ້ແກ່ບັນດານັກລົງທຶນ. ທ່ານປະທານສະພາສູງ ຟີລິບປິນ ໃຫ້ຄຳໝັ້ນສັນຍາສະໜັບສະໜູນການເພີ່ມທະວີການພົວພັນຄູ່ຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກັບ ຫວຽດນາມ ຢ່າງມີຄົບຖ້ວນກ່ວາອີກ.

        ແລະກໍ່ໃນຕອນເຊົ້າວັນນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ບັນດາສະມາຊິກ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສະວາລີ Jose Rizal, ນັກວິລະຊົນຂອງ ປະເທດຟີລິບປິນ, ວາງພວງມາລາຢູ່ອະນຸສາວາລີ ປະທານໂຮ່ຈີມິນ ໃນສວນສາທາລະນະ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ