ເວທີປາໄສກ້າວເຂົ້າສູ່ ອາຊຽນແລະກອງປະຊຸມ ສຳມະນາສ້າງ FTA ຢູ່ຈີນ


ເວທີປາໄສກ້າວເຂົ້າສູ່ ອາຊຽນແລະກອງປະຊຸມ ສຳມະນາສ້າງ FTA ຢູ່ຈີນ - ảnh 1

 (ພາບປະກອບ: vtc.vn)

 (vovworld)-  ​​​ວັນ​ທີ 23/11, ​ຢູ່​​ນະຄອນ​ເຊິ​ນ​ເຈິ​ນ ແຂວງ​ກວາງຕຸ​ງ ປະ​ເທດ​ຈີນ ​ໄດ້​ຈັດ​ໃຫ້​ມີ “​ເວທີ​ປາ​ໄສ​ກ້າວ​ເຂົ້າສູ່ອາ​ຊຽນ ​ແລະ ກອງ​ປະຊຸມ​ສຳ​ມະ​ນາກົດໝາຍ​ເຂດ​ການ​ຄ້າ​ເສລີ“ ຄັ້ງທີ 7 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ນຜູ້​ຊ່ຽວຊານ, ນັກຮຽນ​ຮູ້, ຜູ້ຕາງໜ້າ​ວົງ​ການ​ນັກ​ທະລຸ​ກິດ, ອຸດສາຫະກຳ​ຈີນ. ​ເວທີ​ປາ​ໄສ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ເລື່ອງ​ເພີ່ມ​ທະວີ​ການ​ພັດທະນາ​ເສດຖະກິດ​ລະຫວ່າງ​ຈີນ ​ແລະ ອາ​ຊຽນ, ຊຸກຍູ້​ຍຸດ​ທະ​ສາດ​ເຂດ​ການ​ຄ້າ​ເສລີ (FTA) ຈີນ-​ອາ​ຊຽນ… ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ນາງ….ຊີວຫຼຽນ ອະດີດ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຈີນ, ປະທານ​ສະຫະ​ສະມາຄົມ​ອາ​ຊຽນ-ຈີນ ຖື​ວ່າ: ຈີນ ຕ້ອງຕັ້ງໜ້າ​ເຂົ້າຮ່ວມ​ວິວັດ​ການ​ເຈລະຈາ​ຄູ່​ຮ່ວມ​ມື​ການ​ຄ້າ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ. ​ແລະ ​ກໍ່​ຕາມ​ທ່ານ​ນາງຊີວຫຼຽນ ​ແລ້ວ, ​ເພື່ອ​ຮັບ​ມຶ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ປະຈຸບັນ, ຈີນ ຕ້ອງ​ຮັກສາ​ຄວາມ​ດຸນ​ດ່ຽງ, ຮັກສາ​ການ​ເຕີບ​ໂຕ​ເປັນ​ປົກກະຕິ, ພິ​ເສດ​ແມ່ນ​ຕ້ອງ​ຮັບຮອງ​ເອົາ​ການ​ປະຕິບັດ​ຍຸດ​ທະ​ສາດ​ສ້າງ​ບັນດາ ​ FTA ເພື່ອ​​ເປີດ​ກ້ວາງ​ການ​ຕ່າງປະ​ເທດ, ຊຸກຍູ້​ການ​ປະຕິ​ຮູບ​ລະບຽບ​ກົດໝາຍ​ດ້ານ​ເສດຖະກິດ​ພາຍ​ໃນ​ປະ​ເທດ, ຍົກ​ສູງ​ຄຸນ​ນະພາ​ບພັ​ເທະນາ​ເສດຖະກິດ.

 

ຂ່າວ/ບົດ​ອື່ນ