(TTX) ວັນທີ 27/8, ຢູ່ຮ່າໂນ້ຍ, ໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳຫວຽດນາມ ສົມທົບກັບສະພາທະນາຍຄວາມຫວຽດນາມ ຈັດຕັ້ງກອງປະຊຸມປະຈຳປີຄັ້ງທີ 3 ”ເວທີປາໄສຄູ່ຮ່ວມມືອາຊີກ່ຽວກັບການມອບສິດນິຕິກຳ”. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານ Bakhodir Burkhanov ຜູ້ວ່າການຫົວໜ້າ UNDP ປະຈຳຫວຽດນາມ, ໃຫ້ຮູ້ວ່າ UNDP ກຳນົດໄດ້ 4 ຂົງເຂດເປັນເສົາຄຳ້ເຊິ່ງລວມມີ: ການສຳພັດກັບຄວາມຍຸຕິທຳ ແລະ ອຳນາດນິຕິບັນຍັດ, ສິດອອກແຮງງານ, ກຳມະສິດຊັບສົມບັດ ແລະ ສິດດຳເນີນທຸລະກິດ. ທ່ານ Bakhodir Burkhanov ເນັ້ນໜັກວ່າ: ເພື່ອຜັນຂະຫຍາຍວຽກງານ ແລະ ຄຳສະເໜີແນະທີ່ຍົກອອກມາຢ່າງມີປະສິດທິຜົນນັ້ນ, ຄະນະກຳມະການມອບສິດນິຕິກຳໃຫ້ແກ່ຜູ້ທີ່ທຸກຍາກ ໄດ້ຍົກອອກບັນດາຂໍ້ລິເລີ່ມພາກພື້ນ ໃຫ້ແກ່ການພັດທະນາໂຄງການ ມອບສິດນິຕິກຳ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາບັນຫາກ່ຽວກັບການມອບສິດນິຕິກຳ ແລະ ບັນດາວິທີ, ມາດຕະການປະຕິບັດສິດເສດຖະກິດ ແລະ ການເມືອງ, ເສີມຂະຫຍາຍຜົນງານທີ່ບັນລຸໄດ້ໃນການຜັນຂະຫຍາຍບັນດາຈຸດໝາຍພັດທະນາສະຫັດສະວັດ.