ເວທີປາໄສທ່າອຽງອະນາຄົດກ່ຽວກັບຂົງເຂດສາທາລະນະສຸກຄັ້ງທີ 11,ພາກພື້ນອາຊີ - ປາຊີຟິກ

(VOVWORLD) -   ໂດຍໄດ້ຮັບການຈັດຕັ້ງໃນວັນທີ 12 – 13 ພະຈິກ, ເວທີປາໄສມີຫົວຂໍ້ວ່າ “ສ້າງສັນເສັ້ນທາງອະນາຄົດໃຫ້ແກ່ຂະແໜງສາທາລະນະສຸກ: ນຳໃຊ້ແຫຼ່ງຊັບພະຍາກອນມະນຸດ ແລະ ໝູນໃຊ້ຢ່າງມີປະສິດທິຜົນເພື່ອບັນລຸໝາກຜົນດີທີ່ສຸດສຳລັບບັນດາປະເທດທີ່ມີພົນລະເມືອງອາຍຸສູງຫຼາຍຢູ່ ອາຊີ”.
ເວທີປາໄສທ່າອຽງອະນາຄົດກ່ຽວກັບຂົງເຂດສາທາລະນະສຸກຄັ້ງທີ 11,ພາກພື້ນອາຊີ - ປາຊີຟິກ - ảnh 1 ພາບປະກອບ

ເວທີປາໄສທ່າອຽງອະນາຄົດກ່ຽວກັບຂົງເຂດສາທາລະນະສຸກຄັ້ງທີ XI - ພາກພື້ນອາຊີ - ປາຊີຟິກ ໂດຍສະມາຄົມໃຫຍ່ການແພດ ຫວຽດນາມ ຈັດຕັ້ງ, ໄຂຂຶ້ນໃນວັນທີ 12 ພະຈິກ ຢູ່ນະຄອນຫຼວງ ຮ່າໂນ້ຍ. ເວທີປາໄສດຶງດູດການເຂົ້າຮ່ວມຂອງບັນດານັກວາງແຜນນະໂຍບາຍ, ນັກວິທະຍາສາດ, ນັກຊ່ຽວຊານແຖວໜ້າໃນຂົງເຂດການແພດຢູ່ ອາຊີ ແລະ ຂອງທະນາຄານໂລກ.

        ໂດຍໄດ້ຮັບການຈັດຕັ້ງໃນວັນທີ 12 – 13 ພະຈິກ, ເວທີປາໄສມີຫົວຂໍ້ວ່າ “ສ້າງສັນເສັ້ນທາງອະນາຄົດໃຫ້ແກ່ຂະແໜງສາທາລະນະສຸກ: ນຳໃຊ້ແຫຼ່ງຊັບພະຍາກອນມະນຸດ ແລະ ໝູນໃຊ້ຢ່າງມີປະສິດທິຜົນເພື່ອບັນລຸໝາກຜົນດີທີ່ສຸດສຳລັບບັນດາປະເທດທີ່ມີພົນລະເມືອງອາຍຸສູງຫຼາຍຢູ່ ອາຊີ”. ບັນດາຜູ້ແທນພ້ອມກັນແລກປ່ຽນຂໍ້ລິເລີ່ມ, ແບ່ງປັນບົດຮຽນ, ປຶກສາຫາລືທ່າອຽງທົ່ວໂລກກ່ຽວກັບນະໂຍບາຍສາທາລະນະສຸກ, ພັດທະນາບັນດາມາດຕະການໃຫ້ແກ່ບັນດາສິ່ງທ້າທາຍສຳລັບສາທາລະນະສຸກໃນປະຈຸບັນ. ບັນດາຜູ້ແທນກໍ່ໄດ້ປຶກສາຫາລືກ່ຽວກັບວິວັດການມຸ່ງໄປເຖິງອະນາຄົດຂອງ ອາຊີ, ຮັກສາລະດັບການພັດທະນາເພື່ອສ້າງລະບົບສາທາລະນະສຸກແບບຍືນຍົງ; ສ້າງລະບົບສາທາລະນະສຸກແບບຍືນຍົງຢູ່ບັນດາປະເທດ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ