ເວທີປາໄສນຳໃຊ້ ເຕັກໂນໂລຊີສູງ ພັດທະນາກະສິກຳ

ເວທີປາໄສນຳໃຊ້ ເຕັກໂນໂລຊີສູງ ພັດທະນາກະສິກຳ - ảnh 1

(ພາບ:hanoimoi.com.vn)​

( vovworld ) – ຕອນ​ເຊົ້າວັນ​ທີ 3/8, ຢູ່​ຮ່າ​ໂນ້ຍ, ກະຊວງ​ກະ​ສິກຳ ​ແລະ ພັດທະນາ​ຊົນນະບົດ, ອົງການ​ອານ​ຫານ ​ແລະ ​ກະ​ເສດສະຫະ​ປະຊາ​ຊາດ (FAO), ສະຖານທູດ​ອິດສະຣາ​ແອນ ປະຈຳ​ຫວຽດນາມ ​ໄດ້​ສົມທົບ​ກັນຈັດ​ເວທີ​ປາ​ໄສ​ໂອ້​ລົມ​ສົນທະນາ​ນະ​ໂຍບາຍ​ກ່ຽວ​ກັບ “ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ໃນ​ກະສິກຳ​ຜ່ານ​ບັນດາ​ຄູ່​ຮ່ວມ​ມື​ພາກ​ລັດ-​ພາກ​ເອກະ​ຊົນ“. ​ເວທີ​ປາ​ໄສ​ແມ່ນ​ໂອກາດ​ໃຫ້​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ຂອງຫວຽດນາມ ​ແນະນຳ​ບັນດາ​ນະ​ໂຍບາຍ, ສົ່ງ​ເສີມ ​ແລະ ຮ່ວມ​ມື​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ໃຫ້​ແກ່​ກະສິກຳ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ປະສິດທິພາບ ​ແລະ ຄຸນຄ່າ​ດ້ານ​ເສດຖະກິດ​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ​ກະ​​ເສດຫວຽດນາມ. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ກໍ່​ໄດ້​ແບ່ງປັນ​ບົດຮຽນ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ໃນ​ຂົງ​ເຂດ​ຜະລິດ​ກະສິກຳ​ຂອງ​ບາງ​ປະ​ເທດ​ຄື: ອິດສະຣາ​ແອນ, ​ໂຮນລັງ, ຊູ​ແອດ, ນອກ​ແວ, ຍີ່ປຸ່ນ…​ທ່ານ Cao Duc Phat ລັດຖະມົນຕີ​ວ່າການ​ກະຊວງ​ກະ​ສິກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ ຢືນຢັນ​ວ່າ:

   “​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຍາມ​ໃດ, ລັດຖະບານ​ຫວຽດນາມ ກໍ​ເອົາ​ໃຈ​ໃສ່​ຍູ້​ແຮງ​ການຄົ້ນຄ້ວາ​ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ ​ແລະ ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຫັນ​ພື້ນຖານ​ກະສິກຳ ຊົນນະບົດ​ເປັນ​ທັນ​ສະ​ໄໝ. ລັດຖະບານ ​ແລະ ກະຊວງກະ​ສິກຳ ​ແລະ ພັດທະນາ​ຊົນນະບົດ ກໍ່​ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ກົດໝາຍ​ວ່າ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ສູງ, ສ້າງ​ແຜນ​ຮ່າງ​ກະສິກຳສັງ​ລວມນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ. ການນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າ​ໃນ​ການ​ຜະລິດ​ພວມ​ຖືກ​ຖື​ວ່າ ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ຊຸກຍູ້​ວິວັດ​ການ​ສ້າງ​ໂຄງ​ປະກອບ​ກະສິກຳ ​ແລະ ສ້າງ​ຊົນນະບົດ​ໃໝ່​ຄືນ​ໃໝ່“

 

 

ຂ່າວ/ບົດ​ອື່ນ