(ພາບປະກອບ)
(vovworld) – ວັນທີ 23/11, ຢູ່ນະຄອນ ກູຍເຍີນ, ແຂວງ ບິ່ງດິ້ງ, ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ສົມທົບກັບກະຊວງພະລັງງານ ໄທ ຈັດຕັ້ງເວທີປາໄສ ຫວຽດນາມ - ໄທ ຄັ້ງທີ 1. ເວທີປາໄສພະລັງງານ ຫວຽດນາມ - ໄທ ປຶກສາຫາລືກ່ຽວກັບ: ການສັງລວມສະພາບການພະລັງງານ ຫວຽດນາມ ແລະ ໄທ, ບັນດາຂົງເຂດຮ່ວມມື ນ້ຳມັນອາຍແກັສ, ໄຟຟ້າ, ພະລັງງານຜະລິດຄືນໃໝ່, ປະສິດທິຜົນພະລັງງານ ແລະ ກຳນົດທິດການຮ່ວມມືດ້ານພະລັງງານໃນໄລຍະຈະມາເຖິງ. 2 ຝ່າຍໄດ້ແລກປ່ຽນບາງບັນຫາກ່ຽວກັບນະໂຍບາຍ, ຂໍ້ກຳນົດພັດທະນາການຂຸດຄົ້ນບໍ່ນ້ຳມັນອາຍແກັດຂອງ 2 ປະເທດ, ຮ່ວມມືການຂຸດຄົ້ນບໍ່ນ້ຳມັນອາຍແກັດຂອງບໍລິສັດຂຸດຄົ້ນ ແລະ ຜະລິດນ້ຳມັນອາຍແກັສ ໄທ ກັບ ຫວຽດນາມ. ສະເໜີການຮ່ວມມືພັດທະນາບັນດາໂຮງງານໄຟຟ້າພະລັງຄວາມຮ້ອນ ຫວຽດນາມ - ໄທ. ເວທີປາໄສເປີດກາລະໂອກາດໃໝ່ໃຫ້ແກ່ການຮ່ວມມືພັດທະນາພະລັງງານລະຫວ່າງ 2 ປະເທດ ຫວຽດນາມ - ໄທ.