(TTX) - ເວທີປາໄສລັດຖະບານ - ບໍ່ຂຶ້ນກັບລັດຖະບານອາຊຽນ ກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາຄັ້ງທີ 7 (GO NGO 7) ໄດ້ຈັດຂຶ້ນໃນວັນທີ 12/9 ຢູ່ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວເຊິ່ງນອນໃນຂອບເຂດຂອງກອງປະຊຸມເຈົ້າໜ້າທີ່ຂັ້ນສູງກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາຄັ້ງທີ 8 (SOMSWD 8). ເວທີປາໄສໄດ້ຈັດຂຶ້ນດ້ວຍຫົວຂໍ້ລວມຂອງກອງປະຊຸມ SOMSWD 8 ແມ່ນ “ເພື່ອທະວີບັນດາການບໍລິການທາງສັງຄົມ ແລະ ຮັບປະກັນຊີວິດສັງຄົມໃຫ້ກຸ່ມທີ່ຍັງອ່ອນດ້ອຍ”, ເພື່ອແນໃສ່ສືບຕໍ່ບັນດາຄວາມມານະພະຍາຍາມຂອງອາຊຽນ, ຂອງໂລກ ແລະ ຂອງການຮ່ວມມືດ້ານວິສາການກ່ຽວກັບສະຫວັດດີການສັງຄົມແລະ ການພັດທະນາໃນໄລຍະຜ່ານມາ. ເວທີປາໄສ GO NGO 7 ໄດ້ຍົກອອກຂໍ້ສະເໜີກໍ່ສ້າງພື້ນຖານສະຫວັດດີການສັງຄົມຂອງບັນດາປະເທດ, ມຸ່ງໄປເຖິງການສ້າງປະຊາຊົມອາຊຽນ ອຸ້ມຊູຊ່ວຍເຫຼືອ, ແບ່ງປັນ, ຖືມະນຸດເປັນເປົ້າໝາຍຂອງການພັດທະນາ, ເອົາໃຈໃສ່ເຖິງກຸ່ມທີ່ຍັງອ່ອນດ້ວຍໃນສັງຄົມ.