ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ: “ຟື້ນ​ຟູ ແລະ​ພັດ​ທະ​ນາ ລະ​ບົບ​ສະ​ໜອງ​ໃນ​ສະ​ພາບ​ປົກ​ກະ​ຕິ​ໃໝ່”

(VOVWORLD) -ວັນທີ 18 ກຸມພາ, ເວທີປາໄສວິສາຫະກິດ ຫວຽດນາມ ປະຈຳປີ (VBF) ດ້ວຍຫົວຂໍ້ “ຟື້ນຟູ ແລະພັດທະນາ ລະບົບສະໜອງໃນສະພາບປົກກະຕິໃໝ່” ໄດ້ດຳເນີນຢູ່ຮ່າໂນ້ຍ. ເຫດການໂດຍສະພາບໍລິຫານສະຫະພັນ VBF, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທະນາຄານໂລກ ແລະ ອົງການການເງິນສາກົນ ສົມທົບກັນຈັດຕັ້ງຂຶ້ນ.

ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ: “ຟື້ນ​ຟູ ແລະ​ພັດ​ທະ​ນາ ລະ​ບົບ​ສະ​ໜອງ​ໃນ​ສະ​ພາບ​ປົກ​ກະ​ຕິ​ໃໝ່” - ảnh 1 ເວທີປາໄສວິສາຫະກິດ ຫວຽດນາມ ປະຈຳປີ (VBF)  (ພາບ: BNEWS/TTXVN)

ທີ່ເວທີປາໄສ, ຜູ້ຕາງໜ້າກະຊວງ, ຂະແໜງການ ແລະ ອົງການຄຸ້ມຄອງລັດ ກໍ່ໄດ້ຕອບຂໍ້ຕິດຂັດ, ຂໍ້ສະເໜີຂອງປະຊາຄົມວິສາຫະກິດໂດຍກົງ. ທ່ານນາງ ຫງວຽນທິບິກງອກ ຮອງລັດຖະມົນຕີກະຊວງແຜນການແລະການລົງທຶນ ຫວຽດນາມ ຢັ້ງຢືນ ກັບວິສາຫະກິດ, ນັກລົງທຶນ ແລະ ຜູ້ຕາງໜ້າບັນດາຄູ່ຮ່ວມມືພັດທະນາວ່າ:

ດ້ວຍບົດບາດເປັນອົງການເສນາທິການສັງລວມ, ໂດຍນາຍົກລັດຖະມົນຕີ ມອບໜາຍໃຫ້ ເປັນຜູ້ຮັບຜິດຊອບຈັດຕັ້ງເວທີປາໄສວິສາຫະກິດ, ພວກຂ້າພະເຈົ້າຈະມີບົດສັງລວມລະອຽດເພື່ອລາຍງານຕໍ່ລັດຖະມົນຕີກ່ຽວກັບຂໍ້ຕິດຂັດ ແລະ ຂໍ້ສະເໜີແນະຂອງປະຊາຄົມວິສາຫະກິດ. ພວກຂ້າພະເຈົ້າຮັບຮູ້ໄດ້ວ່າ ວິສາຫະກິດແມ່ນ ໃຈກາງ, ແມ່ນປັດໄຈສຳຄັນປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ.

ຕາມຂໍ້ມູນຈາກກະຊວງແຜນການ ແລະ ການລົງທຶນແລ້ວ, ເວທີປາໄສວິສາຫະກິດຂັ້ນສູງ ຫວຽດນາມ ປະຈຳປີ 2021 ຈະໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2022 ຢູ່່ຮ່າໂນ້ຍ ໂດຍມີການເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ