​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ແລະ ສື່ມ​ວນ​ຊົນ 2019

(VOVWORLD) -  ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ຈັດຕັ້ງໂຄງການເວທີປາໄສວິສາຫະກິດ ແລະ ສື່ມວນຊົນ 2019 ດ້ວຍຫົວຂໍ້ວ່າ “ແບ່ງປັນໂອກາດ, ການຮ່ວມມືສຳເລັດຜົນໃນສະພາບການໃໝ່”.

ທີ່ເວທີປາໄສບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບົດບາດຂອງສື່ມວນຊົນໃນພາລະກິດພັດທະນາເສດຖະກິດ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ ແລະ ວິສາຫະກິດ; ສື່ມວນຊົນຮ່ວມຕິດຕາມກວດກາ ແລະ ຊຸກຍູ້ການຫັນສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ປອດໃສ. ນັກຂ່າວໂຮ່ກວາງເລີ້ຍ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມໃຫ້ຂໍ້ສັງເກດວ່າ:

        “ໃນສະພາບການແກ້ງແຍ້ງ ຢູ່ພາຍໃນປະເທດ ແລະ ສາກົນບັນດາວິສາຫະກິດນັກທຸລະກິດພວມປະເຊີນໜ້າກັບບັນດາສິ່ງທ້າທາຍນັ້ນ, ການປະກອບສ່ວນ, ຮ່ວມເດີນທາງຂອງສື່ມວນຊົນຈະຊ່ວຍໃຫ້ວິສາຫະກິດກຳແໜ້ນກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ຄວາມຫຍຸ້ງຍາກ. ນີ້ແມ່ນຄວາມມຸ່ງມາດປາຖະໜາຂອງຜູ້ເຮັດວຽກງານສື່ມວນຊົນ”

        ທ່ານ ຫວູຕ໊ຽນລົກ ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ ການພົວພັນລະຫວ່າງ ວິສາຫະກິດ ແລະ ສື່ມວນຊົນແມ່ນການພົວພັນແບບດຳລົງຊີວິດຢູ່ຮ່ວມກັນ. ຕາມນັ້ນແລ້ວ, ບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຂອງວິສາຫະກິດຈະໄດ້ຮັບການສ່ອງແສງຈາກສື່ມວນຊົນ, ບັນດາແຜນການຂອງວິສາຫະກິດທີ່ໄດ້ຮັບການສະໜັບສະໜູນຈາກສື່ມວນຊົນໄດ້ປະກອບສ່ວນຊຸກຍູ້ການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ຈາກນັ້ນ, ຊຸກຍູ້ວິວັດທະນາການປະຕິຮູບລະບອບລະບຽບການ ແລະ ເຊື່ອມໂຍງເພື່ອສ້າງບາດກ້າວກະໂດດຂັ້ນໃຫ້ແກ່ວິສາຫະກິດພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ