(ພາບປະກອບ)
(vovworld) - ໃນລະຫວ່າງວັນທີ 30/05 – 1/06 ຢູ່ນະຄອນຫລວງ ມົດສະກູ ສະຫະພັນ ລັດເຊຍ ໄດ້ດຳເນີນເວທີປາໄສສາກົນຄັ້ງທີ 8 ກ່ຽວກັບພະລັງງານປະລະມານູ “Atomexpo2016” ດ້ວຍຫົວຂໍ້ລວມແມ່ນ “ພະລັງງານປະລະມານູ ແມ່ນພື້ນຖານດຸ່ນດ່ຽງຂອງພະລັງງານບໍ່ປອດ Carbon”. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງເວທີປາໄສ ແມ່ນບັນດາພະນັກງານຂອງກະຊວງວິທະຍາສາດ - ເຕັກໂນໂລຢີ. ໃນຊຸມວັນດຳເນີນເວທີປາໄສ, ຄະນະຜູ້ແທນ ຫວຽດນາມ ມີການເຮັດວຽກກັບບັນດາອົງການທີ່ມີສ່ວນກ່ຽວຂ້ອງຂອງ ລັດເຊຍ ແລະ 2 ຝ່າຍກໍ່ພ້ອມກັນຫວນຄືນວິວັດການຮ່ວມມືກ່ຽວກັບພະລັງງານນິວເຄຼຍ; ແລກປ່ຽນກ່ຽວກັບຄວາມສາມາດຊຸກຍູ້ວຽກງານສື່ມວນຊົນໃຫ້ບັນດາເປົ້າໝາຍແຕກຕ່າງກັນຢູ່ ຫວຽດນາມ ເພື່ອເຮັດໃຫ້ບັນຫາພະລັງງານນິວເຄຼຍ ຈະໄດ້ຮັບການກຳແໜ້ນດີກ່ວາ.
ເຂົ້າຮ່ວມເວທີປາໄສ, ບັນດາການນຳໂລກໃນຂົງເຂດພະລັງງານປະລະມານູ ສາມາດແລກປ່ຽນບັນດາບົດຮຽນທີ່ກ້າວໜ້າ, ສຳຜັດກັບພຶດຕິກຳຕົວຈິງໃໝ່, ບັນດາສິ່ງທ້າທາຍໃນຕະຫລາດພະລັງງານ, ກຳນົດທິດພັດທະນາຂະແໜງອຸດສາຫະກຳປະລະມານູ ເພື່ອຮັບປະກັນການພັດທະນາເສດຖະກິດ - ສັງຄົມແບບດຸ່ນດ່ຽງຂອງປະເທດຊາດ. ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ ກໍ່ສາມາດແນະນຳບັນດາຜະລິດຕະພັນ, ການບໍລິການຂອງຕົນຕໍ່ບັນດາວິສາຫະກິດຂະແໜງອຸດສາຫະກຳປະລະມານູໂລກ.