(vovworld) - ໃນຂອບເຂດງານຕະຫຼາດນັດຈີນ - ອາຊຽນ (CARXPO) ແລະ ກອງປະຊຸມສຸດຍອດການລົງທຶນ - ການຄ້າອາຊຽນ - ຈີນ(CABIS) ຄັ້ງທີ 9 ຢູ່ໜານໜີງ, ແຂວງກວາງສີ, ປະເທດຈີນ, ວັນທີ 22/9, ໄດ້ດຳເນີນເວທີປາໄສຮ່ວມມືວິສາຫະກິດຫວຽດນາມ - ຈີນ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ເປັນຜູ້ຈັດຕັ້ງ. ກ່າວຄຳເຫັນທີ່ພິທີ, ທ່ານ Pham Quang Thinh, ຮອງຫົວໜ້າຄະນະຮ່ວມມືສາກົນ VCCI ໄດ້ຕາງໜ້າຄະນະຜູ້ແທນວິສາຫະກິດຫວຽດນາມ, ແນະນຳໂດຍຫຍໍ້ກ່ຽວກັບສະພາບການຮ່ວມມືດ້ານການຄ້າ, ການດຶງດູດການລົງທຶນຈາກຕ່າງປະເທດ, ສະຖຽນລະພາບດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຫວຽດນາມ, ໃນນັ້ນໄດ້ຖືວ່າ ຫວຽດນາມ ມີພື້ນຖານເສດຖະກິດເຕີບໂຕຢູ່ລະດັບສູງພໍສົມຄວນໃນຕະຫຼອດສຸມປີຜ່ານມາ. ກ່ຽວກັບການພົວພັນດ້ານເສດຖະກິດຫວຽດນາມ - ຈີນ, ທ່ານ Pham Quang Thinh ໃຫ້ຮູ້ວ່າ ການຄ້າສອງຝ່າຍຫວຽດນາມ - ຈີນ ໄດ້ຮັບການເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງດ້ວຍລະດັບສະເລ່ຍແມ່ນ 32% /ປີ ໃນໄລຍະ 2000 – 2010. ສອງຝ່າຍໄດ້ ແລະ ພວມເສີມຂະຫຍາຍ, ຂຸດຄົ້ນທ່າແຮງຂອງກັນໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນ ເພື່ອແນໃສ່ບັນລຸໄດ້ໝາກຜົນສຸງສຸດ, ເພື່ອຮັບໃຊ້ຄວາມຕ້ອງການພັດທະນະຂອງແຕ່ລະຝ່າຍ.
ທີ່ເວທີປາໄສ, ບັນດາວິສາຫະກິດຂອງສອງປະເທດໄດ້ມີການພົບປະໂດຍກົງເພື່ອແລກປ່ຽນ ແລະ ຊອກຫາກາລະໂອກາດຮ່ວມມືລົງທຶນ. ຕາມການຕີລາຄາຂອງ VCCI ແລ້ວ, ໄວທີປາໄສການຮ່ວມມືຂອງບັນດາວິສາຫະກິດຫວຽດນາມ - ຈີນ ມີຄວາມໝາຍສຳຄັນໃນການເພີ່ມທະວີການພົບພັນແລກປ່ຽນ ແລະ ຮ່ວມມືລະຫວ່າງບັນດາວິສາຫະກິດຫວຽດນາມ ກັບຈີນເວົ້າລວມ ແລະ ກັບແຂວງກວາງສີເວົ້າສະເພາະ, ສືບຕໍ່ມານະພະຍາຍາມຜັນຂະຫຍາຍບັນດາໂຄງການຮ່ອມມືລົງທຶນ, ການຄ້າກັບຫວຽດນາມ ກວ່າອີກ, ເພື່ອແນໃສ່ປົວແປງດຸນການຄ້າລະຫວ່າງສອງຝ່າຍ, ປະກອບສ່ວນເພີ່ມທະວີການຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຫວຽດນາມ ແລະ ຈີນ.