(VOVWORLD) -ຕອນເຊົ້າວັນທີ 26 ພະຈິກ, ຢູ່ແຂວງບິ່ງເຢືອງ, ໄດ້ໄຂເວທີປາໄສຮ່ວມມືເສດຖະກິດອາຊີ - Horasis 2018 ແລະ ກອງປະຊຸມຄົບຄະນະ ດ້ວຍຫົວຂໍ້ວ່າ “ແງ່ຫວັງເສດຖະກິດ”.
ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກ່າວຄຳເຫັນທີ່ເວທີປາໄສ
(ພາບ: nhandan.com.vn)
|
ເຂົ້າຮ່ວມເວທີປາໄສມີທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ພ້ອມກັບການນຳຂັ້ນສູງ ແລະ ຜູ້ອຳນວຍການບໍລິຫານວິສາຫະກິດ (CEO) ທີ່ມາຈາກຫຼາຍປະເທດ; ການນຳ ແລະ CEO ແຖວໜ້າຂອງຫວຽດນາມ; ບັນດານັກວິທະຍາສາດ, ນັກຄົ້ນຄວ້າຢູ່ພາຍໃນ ແລະ ຕ່າງປະເທດ.
ແລກປ່ຽນກ່ຽວກັບແງ່ຫວັງເສດຖະກິດອາຊີ, ບັນດານັກປາຖະກະຖາຖືວ່າ, ໃນສະພາບປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ພາກພື້ນອາຊີ ຍັງພວມສືບຕໍ່ມີທ່າເຕີບໂຕຢ່າງເຂັ້ມແຂງ. ບັນດານັກປາຖະກະຖາຖືວ່າ, ໃນໄລຍະສັ້ນ, ເສດຖະກິດຫວຽດນາມ ສືບຕໍ່ໄດ້ຮັບຜົນປະໂຫຍດຍ້ອນແງ່ຫວັງປະເອີບໃຈກ່ຽວກັບການເຕີບໂຕເສດຖະກິດ ແລະ ການຄ້າທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຍາວ, ເລື່ອງປັບປຸງລະດັບການເຕີບໂຕຂອງຫວຽດນາມ ຮຽກຮ້ອງໃຫ້ຕ້ອງແກ້ໄຂບັນດາບັນກ່ຽວກັບການສ້າງໂຄງປະກອບເສດຖະກິດ ແລະ ຄວາມສາມາດຮັບມືກັບບັນດາຄວາມສ່ຽງ.