ເວທີປາໄສເສດຖະກິດລະດູບານໃໝ່ປີ2015ຈະດຳເນີນໃນລະຫວ່າງວັນທີ 21-22/4ຢູ່ແຂວງເງ້ະອານ

ເວທີປາໄສເສດຖະກິດລະດູບານໃໝ່ປີ2015ຈະດຳເນີນໃນລະຫວ່າງວັນທີ 21-22/4ຢູ່ແຂວງເງ້ະອານ - ảnh 1
(ພາບປະກອບ: saigondautu.com.vn)

 (vovworld) - ດ້ວຍ​ຫົວ​ຂໍ້​ວ່າ: “ສືບ​ຕໍ່​ການ​ປະຕິ​ຮູບ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ”, ​ເວທີ​ປາ​ໄສ​ເສດຖະກິດ​ລະດູບານ​ໃໝ່​ປີ 2015 ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 21-22/4 ຢູ່​ນະຄອນ ວິ​ງ, ​ແຂວງ ​ເງ້ະອານ. ນີ້​ແມ່ນ​ຂ່າວ​ຄາວ​ໂດຍ​ຄະນະ​ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ​ຍົກ​ອອກ​ທີ່​ການ​ປະຊຸມ​ກັບ​ບັນດາ​ອົງການ​ສື່​ມວນ​ຊົນ​ໃນ​ຕອນ​ເຊົ້າ​ວັນ​ທີ 13/4 ຢູ່​ຮ່າ​ໂນ້ຍ. ເວທີ​ປາ​ໄສ​ເສດຖະກິດ​ລະດູບານ​ໃໝ່​ປີ 2015 ຕີ​ລາຄາ​ໝາກຜົນ​ແຫ່ງ​ການປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມ​ປີ 2014, ສະ​ເໜີ​ມາດ​ຕະການ​ຜັນ​ຂະຫຍາຍ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມ​ປີ 2015 ​ແລະ ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ພິ​ເສດ​, ເວທີ​ປາ​ໄສ​ຈະ​ເຮ​ັດ​ແຈ້ງທັດສະນະ, ບັນດາ​ບາດ​ກ້າວປະຕິ​ຮູບ​ຢ່າງ​ລະອຽດ​ ​ເພື່ອ​ແນ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ຕີ​ລາຄາ​ບັນດາ​ມາດຖານ​ລະອຽດ​ໃນ​ການ​ປະຕິ​ຮູບ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຕິດ​ພັນ​ກັບ​ການ​ຜັນ​ຂະຫຍາຍ​ລັດຖະທຳ​ມະນູນ​ປີ 2013 ​ແລະ ກົດໝາຍ​ສຳຄັນ​ຈຳນວນ​ໜຶ່ງ​ທີ່​ຫາ​ກໍ່​ປະກາດ​ໃຊ້​ຄື: ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ, ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ ​ແລະ ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ