ເວທີປາໄສແຫຼ່ງຊັບພະຍາກອນມະນຸດທົ່ວໂລກ 2017 ຫວຽດນາມ - ສ. ເກົາຫຼີ

(VOVWORLD) -  ນີ້ແມ່ນເຫດການເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ. ເກົາຫຼີ. 
ເວທີປາໄສແຫຼ່ງຊັບພະຍາກອນມະນຸດທົ່ວໂລກ 2017 ຫວຽດນາມ - ສ. ເກົາຫຼີ - ảnh 1 ທ່ານ ຟູ່ງຊວນຫຍາ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ

ເວທີປາໄສແຫຼ່ງຊັບພະຍາກອນມະນຸດທົ່ວໂລກປີ 2017 ຫວຽດນາມ - ສ. ເກົາຫຼີ ໂດຍກະຊວງສຶກສາ ສ. ເກົາຫຼີ, ໜັງສືພິມເສດຖະກິດລາຍວັນ ສ. ເກົາຫຼີ ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສົມທົບກັນຈັດຕັ້ງໃນຕອນເຊົ້າວັນທີ 14 ທັນວາ, ຢູ່ຮ່າໂນ້ຍ. ນີ້ແມ່ນເຫດການເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ. ເກົາຫຼີ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາ ສ. ເກົາຫຼີ Kim Sang – kon ເຂົ້າຮ່ວມເວທີປາໄສ.

        ທີ່ເວທີປາໄສ, ດ້ວຍຫົວຂໍ້ “ຈາກຜົນງານຍອດຍິ່ງແມ່ນ້ຳຮານ ຕະຫຼອດຮອດ ຜົນງານຍອດຍິ່ງແມ່ນ້ຳແດງ”, ບັນດາຜູ້ແທນ ສ. ເກົາຫຼີ ໄດ້ແບ່ງປັນບັນດາບົດຮຽນສ້າງ “ຜົນງານຍອດຍິ່ງແມ່ນ້ຳຮ່ານ”, ໃນນັ້ນມີຍຸດທະສາດພັດທະນາແຫຼ່ງຊັບພະຍາກອນດີເດັ່ນ. ບັນດາຜູ້ແທນກໍ່ສຸມໃສ່ປຶກສາຫາລື, ໄຈ້ແຍກບັນດາມາດຕະການເໝາະສົມເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ນຳ ຫວຽດນາມ ບັນລຸ “ຜົນງານຍອດຍິ່ງແມ່ນ້ຳແດງ” ຢ່າງແທ້ຈິງ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຟູ່ງຊວນຫຍາ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຢັ້ງຢືນວ່າ:

        “ຜ່ານການສຶກສາບຳລຸງສ້າງ, ພວກຂ້າພະເຈົ້າພວມຍົກສູງລະດັບ, ທັກສະຂອງຊັບພະຍາກອນມະນຸດ ຫວຽດນາມ ເທື່ອລະກ້າວ, ສຳຜັດກັນລະດັບຂອງບັນດາປະເທດກ້າວໜ້າຢູ່ພາກພື້ນ, ບາງຂົງເຂດສຳຜັດກັບລະດັບຂອງບັນດາປະເທດກ້າວໜ້າໃນໂລກ. ທີ່ເວທີປາໄສນີ້, ບັນດາຝ່າຍຈະພ້ອມກັນກຳນົດແຈ້ງບັນດາກາລະໂອກາດ ແລະ ສິ່ງທ້າທາຍສຳລັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ບົນພື້ນຖານນັ້ນ ວາງອອກບັນດາມາດຕະການເໝາະສົມເພື່ອແນໃສ່ຕອບສະໜອງຄຳຮຽກຮ້ອງຕ້ອງການດ້ານຊັບພະຍາກອນມະນຸດໃນໄລຍະໃໝ່ໃຫ້ດີກ່ວາ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ສ. ເກົາຫຼີ”

ຕອບກັບ

ຂ່າວ/ບົດ​ອື່ນ