ເວເນຊູເອລາ ຕົກເຂົ້າສູ່ຄວາມເຄັ່ງຕຶງດ້ານການເມືອງ

(VOVWORLD) - ສະພາບການຢູ່ ເວເນຊູເອລາ ໃນຊຸມວັນນີ້ໄດ້ຜັນແປຢ່າງສັບສົນເມື່ອໃນວັນທີ 23 ມັງກອນ,

 ທ່ານປະທານສະພາແຫ່ງຊາດ Juan Guaido ໂດຍຝ່າຍຄ້ານຄວບຄຸມ ໄດ້ຖະແຫຼງວ່າ ຈະກຳສິດອຳນາດໃນການບໍລິຫານປະເທດດ້ວຍຖານະເປັນ “ປະທານາທິບໍດີຊົ່ວຄາວ” ຈົນເຖິງເວລາສ້າງຕັ້ງໄດ້ລັດຖະບານຊົ່ວຄາວ ແລະ ຈັດຕັ້ງການເລືອກຕັ້ງເສລີ.

ເວເນຊູເອລາ ຕົກເຂົ້າສູ່ຄວາມເຄັ່ງຕຶງດ້ານການເມືອງ - ảnh 1 ເວເນຊູເອລາ ຕົກເຂົ້າສູ່ຄວາມເຄັ່ງຕຶງດ້ານການເມືອງ (ພາບປະກອບ)

        ຕໍ່ໜ້າສະພາບການດັ່ງກ່າວ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໄດ້ຮຽກຮ້ອງປະຊາຊົນ ເວເນຊູເອລາ ມີຄວາມສາມັກຄີຕໍ່ບັນດາກົນອຸບາຍມ້າງທຳລາຍຈາກບັນດາອິດທິກຳລັງຕໍ່ຕ້ານຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ Maduro ກໍ່ເນັ້ນໜັກເຖິງບັນດາການກະທຳຂອງສະພາແຫ່ງຊາດໂດຍຝ່າຍຄ້ານຄວບຄຸມແມ່ນເກີນຂອບເຂດກົດໝາຍ ແລະ ບັນດາອົງການປົກປ້ອງກົດໝາຍຈະມີບັນດາມາດຕະການເໝາະສົມ ເພື່ອປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍປະຊາທິປະໄຕ ແລະ ກົດໝາຍແຫ່ງລັດ.

        ໃນສະພາບສາກົນ, ຫລາຍປະເທດ ແລະ ອົງການຈັດຕັ້ງສາກົນຄື: ຄະນະກຳມະການ ເອີຣົບ (EC), ລັດຖະສະພາ ເອີຣົບ (EP), ການນຳສະຫະພັນ ລັດເຊຍ, ກູບາ, ເມັກຊີໂກ, ໂບໂລວີ, ຕວກກີ…ບໍ່ຮັບຮູ້ປະທານາທິບໍດີຊົ່ວຄາວຂອງ ເວເນຊູເອລາ. ເຖິງຢ່າງໃດກໍ່ຕາມ, ບັນດາປະເທດຢູ່ທະວີບອາເມລິກາຄື: ອາເມລິກາ, ການາດາ, ໂກລົມບີ, ບຣາຊີນ, ຈີເລ, ອາກຊັງຕີນ…ກໍ່ຄືອົງການບັນດາປະເທດທະວີບອາເມລິກາ (OAS) ພັດອອກສຽງຮັບຮູ້ບົດບາດ “ປະທານາທິບໍດີຊົ່ວຄາວ” ໂດຍທ່ານ Guaido ອ້າງຊື່ເອງ. ການກະທຳນີ້ ໄດ້ພາໃຫ້ເກີດເລື່ອງວັນທີ 23 ມັງກອນ, ເວເນຊູເອລາ ຖະແຫຼງຕັດຂາດສາຍພົວພັນທາງການທູດກັບ ອາເມລິກາ ແລະ ອອກຂໍ້ຕົກລົງປິດປະຕູສະຖານທູດ ແລະ ບັນດາສະຖານກົງສູນໃຫຍ່ຂອງປະເທດນີ້ປະຈຳ ອາເມລິກາ ./.

ຕອບກັບ

ຂ່າວ/ບົດ​ອື່ນ