ເສດຖະກິດ ຍີ່ປຸ່ນ ຟື້ນຟູຢ່າງແຮງໃນໄຕມາດ 4/2020 ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19

(VOVWORLD) - ວັນທີ 15  ກຸມພາ, ຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ: ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງປະເທດນີ້ໃນໄຕມາດ 4/2020 ໄດ້ເພີ່ມຂຶ້ນ 12,7% ເມື່ອທຽບໃສ່ໄລຍະດຽວກັນປີ 2019.
ເສດຖະກິດ ຍີ່ປຸ່ນ ຟື້ນຟູຢ່າງແຮງໃນໄຕມາດ 4/2020 ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19 - ảnh 1ພາບປະກອບ/ AFP/TTXVN

   ນີ້ແມ່ນໄຕມາດເຕີບໂຕທີ 2 ຢ່າງຕໍ່ເນື່ອງຂອງພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ໃນໂລກ ນັບແຕ່ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດໃນຕົ້ນປີ 2020. ຕາມບັນດາຕົວເລກຄາດຄະເນໃນເບື້ອງຕົ້ນຂອງຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ ສະແດງໃຫ້ເຫັນວ່າ ຕົວຈິງ GDP ໄດ້ເພີ່ມຂຶ້ນ 3% ເມື່ອທຽບໃສ່ໄຕມາດ 3. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ພື້ນຖານເສດຖະກິດ ຍີ່ປຸ່ນ ຍັງສືບຕໍ່ຟື້ນຟູຢ່າງແຮງໂດຍບໍ່ຫົວຊາຕໍ່ໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ