ເສດຖະກິດມະຫາພາກຂອງ ຫວຽດນາມ ມີຄວາມເປັນປົກກະຕິກວ່າໃນ 4 ເດືອນຕົ້ນປີ

ເສດຖະກິດມະຫາພາກຂອງ ຫວຽດນາມ ມີຄວາມເປັນປົກກະຕິກວ່າໃນ 4 ເດືອນຕົ້ນປີ - ảnh 1
ໂຮງງານປຸງແຕ່ງສິນໃນນ້ຳ
ພາບປະກອບ:internet

(vovworld) - ວັນ​ທີ 10/5, ຢູ່ ຮ່າ​​ໂນ້ຍ, ຄະນະ​ກຳມະການ​ເສດຖະກິດ ສັງຄົມ ພາກ​ພື້ນ ອາຊີ ປາຊິ​ຟີ​ກ ຂອງ​ສະຫະ​ປະຊາ​ຊາດ (ESCAP) ປະກາດ​ບົດ​ລາຍ​ງານ​ ​ສຳ​ຫລວດ​ເສດຖະກິດ ສັງຄົມ ພາກ​ພື້ນ​ອາຊີ ປາຊີ​ຟິກ ປີ 2012. ​​ເມື່ອ​ສັງ​ເກດ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ ຫວຽດນາມ, ບົດ​ລາຍ​ງານ​ຂອງ ESCAP ​ໃຫ້​ຮູ້​ວ່າ: ​ໃນ  4 ​ເດືອນ​ຕົ້ນ​ປີ, ບັນດາ​ດັດຊະນີ​ເສດຖະກິດ​ມະຫາ​ພາກ​ເປ​ັນປົກກະຕິ​ກວ່າ. ບົດ​ງາຍ​ງານ​ກໍ​ຄາດ​ຄະ​ເນ​ວ່າ: ການ​ເຕີບ​ໂຕ​ເສດຖະກິດ​ ຫວຽດນາມ ປີ 2012 ຈະ​ບັນລຸ​ປະມານ 5,8%, ​ໄພ​ເງິນ​ເຟີ້​ຫລຸດ​ລົງ​ໃນ 6 ​ເດືອນ​ທ້າຍ​ປີ. ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ຮັບ​ມື​ກັບ​ລາຄາ​ສິນຄ້າ​ເພີ່ມ​ຂຶ້ນ​ສູງ, ບົດ​ລາຍ​ງານ​ຖື​ວ່າ: ຫວຽດນາມ ຄວນ​ຫັນ​ພື້ນຖານ​ເສດຖະກິດ​ເປັນ​ຫລາຍ​ຮູບ​ແບບ, ສ້າງ​ກາລະ​ໂອກາດ​ວຽກ​ເຮັດ​ງານ​ທຳ​ ​ແລະ         ​ເພ​ີ່ມການ​ໃຊ້​ສອຍ​ສິນຄ້າ​ພາຍ​ໃນ​ປະ​ເທດ. ພ້ອມ​ກັນ​ນັ້ນ ​ແມ່ນ​ເພີ່ມ​ເງິນ​ເດືອນ ​ແລະ ດຶງ​ດູດ​ຄົນ​ງານ, ພິ​ເສດ​ແມ່ນ​ເປັນ​ຜູ້ທຸກ​ຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ