ເສດຖະກິດລາວ ສືບຕໍ່ ພັດທະນາຢ່າງໝັ້ນຄົງ

ເສດຖະກິດລາວ ສືບຕໍ່ ພັດທະນາຢ່າງໝັ້ນຄົງ - ảnh 1
ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ
ເປັນ​​ເຈົ້າພາບ​ກອງ​ປະຊຸມ
(ພາບ: kpl.net.la)


(vovworld) - ​ໃນ​ລະຫວ່າງ​ວັນ​ທີ 02 – 03 ຕຸລາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ເປັນ​​ເຈົ້າພາບ​ກອງ​ປະຊຸມ​ຕີ​ລາຄາ​ສະພາບ​ການ, ຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ, ສັງ​ຄົມ, ງົບປະ​ມານ​ແຫ່ງ​ລັດ​ປີ 2012 – 2013 ​ແລະ ​ເຜີຍ​ແຜ່​ແຜນການ​ປີ 2013 – 2014 ຂອງ​ປະ​ເທດ​. ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ໃຫ້​ຮູ້​ວ່າ ​ໃນ​ປີ​ການ​ເງິນ 2012 – 2013 ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ລາວ ສືບ​ຕໍ່​ພັດທະນາ. ອັດຕາ​ການ​​ເຕີບ​ໂຕ​ເສດຖະກິດ​ບັນລຸ​ລະດັບ 8%, ດຶງ​ດູດ 52 ​ໂຄງການ​ລົງທຶນ​ທີ່​ມີ​ຍອດ​ມູນ​ຄ່າ 3 ຕື້ USD, ​ເພີ່ມ​ຂຶ້ນ 11,52% ​ເມື່ອ​ທຽບ​ໃສ່​ໄລຍະ​ດ່ຽວ​ກັນ​ຂອງ​ປີ 2012​. ປີ​ການ​ເງິນ 2013 – 2014 ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ສຳລັບ​ລາວ, ຍ້ອນ​ນີ້​​​ແມ່ນ​ປີ​ທີ 4 ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ 5 ປີ​ຄັ້ງ​ທີ 7 (2011 - 2015) ປະຕິບັດ 4 ຂອດ​ບຸກທະລຸ​ຕາມ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງ​ທີ 9 ​ແນ​ໃສ່​ພັດທະນາ​ເສດຖະກິດ​ສັງຄົມ ຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ທັງ​ຮັບປະກັນ​ການ​ພັດທະນາ​ຢ່າງ​ໝັ້ນ​ຄົງ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

        ​ແຕ່ວ່າ, ​ທ່ານນາຍົກລັດຖະມົນຕີ ທອງ​ສິນ ທຳ​ມະ​ວົງ ກໍ່​ເຕື້ອງ​ເຖິງ​ບັນດາ​ຄວາມ​ຫຍຸ້ງຍາກ, ຄົງ​ຄ້າງ ​ເຊິ່ງລາວ ຕ້ອງ​ຜ່ານ​ຜ່າ​ຄື ​ແຫຼ່ງສະ​ສົມ​ພາຍ​ໃນ​ປະ​ເທດຍັງ​ອ່ອນ​ດ້ອຍ​ຢູ່, ​ເສດຖະກິດ​ຍັງ​ອິ່ງ​ໃສ່​ການ​ຂຸດ​ຄົ້ນຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ການສົ່ງ​ອອກ​ວັດຖຸ​ດິບ.
ຂ່າວ/ບົດ​ອື່ນ