ເສດຖະກິດ,ສັງຄົມຂອງຫວຽດນາມປີ2018 ແມ່ນ “ຮູບພາບສວຍງາມ,ຮອບດ້ານ”

(VOVWORLD) -ວັນທີ 30 ພຶດສະພາ, ສະພາແຫ່ງຊາດໄດ້ປຶກສາຫາລື ຕີລາຄາເພີ່ມເຕີມໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2018, ສະພາບການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2019.
ເສດຖະກິດ,ສັງຄົມຂອງຫວຽດນາມປີ2018 ແມ່ນ “ຮູບພາບສວຍງາມ,ຮອບດ້ານ” - ảnh 1 ສະມາຊິກສະພາແຫ່ງຊາດປະກອບຄໍາເຫັນທີ່ກອງປະຊຸມ (ພາບ:quochoi.vn)

ການປຶກສາຫາລືໄດ້ຖ່າຍທອດສົດເພື່ອໃຫ້ປະຊາຊົນໃນທົ່ວປະເທດຕິດຕາມ.

 ປີ 2018, GDP ບັນລຸ 7,08% ຊື່ງແມ່ນລະດັບສູງສຸດນັບແຕ່ປີ 2008 ແລະ ຖືກຈັດເຂົ້າໃນກຸ່ມບັນດາພື້ນຖານເສດຖະກິດມີການເຕີບໂຕສູງສຸດໃນພາກພື້ນ ແລະໂລກ. ເຖິງວ່າ GDP ບັນລຸລະດັບສູງພໍສົມຄວນນັ້ນ ແຕ່ ບັນດາສະມາຊິກສະພາແຫ່ງຊາດ ກໍ່ຍົກໃຫ້ເຫັນຂໍ້ຈຳກັດຂອງບັນດາວິສາຫະກິດພາຍໃນປະເທດໃນວິວັດການຜະລິດບັນດາຜະລິດຕະພັນ ຂອງບັນດາວິສາຫະກິດຕ່າງປະເທດຕັ້ງຢູ່ຫວຽດນາມ. ທ່ານ ກາວດີງເຖືອງ, ຄະນະ ສະມາຊິກສະພາແຫ່ງຊາດ ຟູທໍ້ ຖືວ່າ:

“ສະເຫນີ ລັດຖະບານ ຕີລາຄາຕື່ມອີກກ່ຽວກັບການລົງທຶນ, ການເຕີບໂຕ ຊື່ງວິສາຫະກິດຕ່າງປະເທດນຳມາໃຫ້ ຈາກນັ້ນ ມີການປ່ຽນໃຫມ່ກ່ຽວກັບນະໂຍບາຍ, ສອດຄ່ອງ ແລະ ມີຄວາມຍຸຕິທຳຕໍ່ກັບບັນດາວິສາຫະກິດພາຍໃນປະເທດ. ທີສອງ ລະບຽບການບໍລິຫານຍັງບໍ່ທັນມີຄວາມສະດວກສະບາຍປານໃດ.”

ຕອບກັບ

ຂ່າວ/ບົດ​ອື່ນ