ເສດຖະກິດສັງຄົມມີບັນດາສັນຍານຫັນປ່ຽນຕັ້ງໜ້າໃນເດືອນ4ແລະ4ເດືອນຕົ້ນປີ

ເສດຖະກິດສັງຄົມມີບັນດາສັນຍານຫັນປ່ຽນຕັ້ງໜ້າໃນເດືອນ4ແລະ4ເດືອນຕົ້ນປີ - ảnh 1
ກອງ​ປະ​ຊຸ​ມສາ​ມັນ​ຂອງ​ລັດ​ຖະ​ບານເດືອນ 4/2015
(ພາບ: VGP/Nhật Bắc)

(vovworld) – ວັນ​ທີ 25/4, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເປັນ​ປະ​ທານກອງ​ປະ​ຊຸ​ມສາ​ມັນ​ຂອງ​ລັດ​ຖະ​ບານເດືອນ 4/2015. ບັນ​ດາ​ສະ​ມ​າ​ຊິກ​ລັດ​ຖະ​ບານ​ໄດ້​ສຸມ​ໃສ່​ຕີ​ລາ​ຄາ, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ ໃນ​ເດືອນ 4 ແລະ 4 ເດືອນ​ຕົ້ນ​ປີ, ພ້ອມ​ທັງ​ປຶກ​ສາ​ຫາ​ລື​ ແລະ ເຫັນ​ດີ​ເປັນ​ເອ​ກະ​ສັນ​ຕໍ່ບັນ​ດາ​ມາດ​ຕະ​ກາ​ນ​ລະ​ອຽດ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ໃນ​ສະ​ພາບ​ຕົວ​ຈິງ.

        ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ໃນ​ຕອນ​ເຊົ້າ​ວັນ​ທີ 25/4, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ໄດ​້​ຕີ​ລາ​ຄາ​ວ່າ: ໃນ​ 4 ເດືອນ​ຕົ້ນ​ປີ​ນີ້, ເສດ​ຖະ​ກິດ​ມະ​ຫາ​ພາກ​ສືບ​ຕໍ່​ເປັນ​ປົກ​ກະ​ຕິ, ດັດ​ຊະ​ນີ​ການ​ໃຊ້​ສອຍ​ໃນ​ເດືອນ 4 ເພີ່ມ​ຂຶ້ນ 0,14% ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ. ພ້ອມ​ກັນ​ນັ້ນ, ຂົງ​ເຂດ​ອຸດ​ສາ​ຫະ​ກຳ, ພິ​ເສດ​ແມ່ນ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​, ປະ​ດິດ​ສ້າງ​ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ສູງ, ຂົງ​ເຂດ​ບໍ​ລິ​ການ​ພັດ​ທະ​ນາ​ພ​ໍ​ສົມ​ຄວ​ນ, ຍອດ​ວົງ​ເງິນ​ຂາຍ​​ຍ່ອຍ​ສິນ​ຄ້າສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ… ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ກໍ່​ໄດ້​ຊີ້​ໃຫ້​ເຫັນ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກເຊິ່ງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ໃນ​ໄລ​ຍະ​ຜ່ານ​ມາ.

        ໃນ​ວາ​ລະ​ປະ​ຊຸມນີ້, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນ​ຫາ​ສຳ​ຄັນ​ອື່​ນ​ໆທີ່​ກ່ຽວ​ຂ້ອງ​ເຖິງ​ແຜນ​ຮ່າງ​​ຈຳ​ໜ່າຍ​ທະ​ນະ​ບັດ​ລັດ​ຖະ​ບານ​ສູ່​ຕ​ະຫຼາດ​ທຶນ​ສາ​ກົນ, ໂຄງ​ການ​ຈຸດ​ໝາຍ​​ແຫ່ງ​ຊາດ​ກ່ຽວ​ກັບ​ການຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​.


ຂ່າວ/ບົດ​ອື່ນ