ເສດຖະກິດຫວຽດນາມ ກັບ 3 ບຸກທະລຸ ຍຸດທະສາດໃນປີ 2014
(ພາບປະກອບ)
(vovworld) – ນີ້ແມ່ນໜຶ່ງໃນບັນດາບັນຫາຕົ້ນຕໍ່ຂອງເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2013 ເຊິ່ງດຳເນີນໃນວັນທີ 26/9, ຢູ່ນະຄອນເຫວ໋.
ກ່ຽວກັບແງ່ຫວັງເສດຖະກິດໃນປີ 2014, ຜູ້ແທນສ່ວນຫຼາຍໄດ້ຢືນຢັນວ່າ ຫວຽດນາມຈະພົບປະກັບຄວາມຫຍຸ້ງຍາກຫຼາຍຢ່າງ, ລະດັບເຕີບໂຕບັນລຸພຽງ 5,5%. ດັ່ງນັ້ນຄາດໝາຍຂອງປີ 2014 ແມ່ນຕ້ອງເຕົ້າໂຮມເຂົ້າໃນ 3 ຈຸດສຸມ: ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັກສາລະດັບເຕີບໂຕຢ່າງໝັ້ນຄົງ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ; ປັບປຸງບັນຫາວຽກເຮັດງານທຳ, ລາຍຮັບ ແລະ ຊີວິດການເປັນຢູ່ຂອງປະຊາຊົນທຸກຊັ້ນ.
ທີ່ເວທີປາໄສ, ບັນດາຜູ້ແທນກໍ່ຕີລາຄາຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2013; ການສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ການປ່ຽນໃໝ່ຮູບແບບເຕີບໂຕຢູ່ຫວຽດນາມ; ປ່ຽນໃໝ່ການແບ່ງຂັ້ນໃນການປະຕິຮູບລະບຽບກົດໝາຍ.