(vovworld) – ວັນທີ 08/10, ໜັງສືພິມເອເລກໂຕນິກ Los Angeles Time ຂອງອາເມລິກາ ໃຫ້ຂໍ້ສັງເກດເລື່ອງ 1 ໃນຈຳນວນ 12 ປະເທດເຂົ້າຮ່ວມສັນຍາການຄ້າຂ້າມປາຊີຟິກ (TPP) ທີ່ຫາກໍສິ້ນສຸດການເຈລະຈາ, ຈະສ້າງເງື່ອນໄຂສະດວກໃຫ້ຫວຽດນາມ ສົ່ງອອກບັນດາຜະລິດຕະພັນ ດ້ວຍອັດຕາພາສີ 0% ມຸ່ງໄປເຖິງຕຳຫຼາດທີ່ກວ້າງໃຫຍ່ລວມມີບັນດາປະເທດໃນກຸ່ມ ກວມເອົາ 2/5 ມູນຄ່າການຄ້າທົ່ວໂລກ. ຕາມການຄາດຄະເນຂອງສະຖານບັນເສດຖະກິດສາກົນ Peterson, ຫວຽດນາມ ຈະແມ່ນປະເທດໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກ TPP. ເມື່ອ TPP ມີຜົນບັງຄັບໃຊ້, ຄາດວ່າການສົ່ງອອກບັນດາຜະລິດຕະພັນກ່ຽວກັບເຄື່ອງຕຳແຜ່ນຕັດຍິບ ແລະ ເກີບໜັງ ຈະເພີ່ມຂຶ້ນສູງ. ປະຈຸບັນ, ຫວຽດນາມ ພວມສ້າງສຳເລັດບັນດາຂໍ້ກຳນົດກ່ຽວກັບພາສີ ແລະ ການລົງທຶນ, ປັບປຸງພື້ນຖານໂຄງລ່າງ…ທະນາຄານລົງທຶນ Goldsman Sachs ຄາດຄະເນວ່າ, ພື້ນຖານເສດຖະກິດຫວຽດນາມ ພວມຢືນອັນດັບທີ 55 ໃນໂລກ ແລະ ຈະເລື່ອນຂຶ້ນອັນດັບທີ 17 ໃນປີ 2025 ດ້ວຍ GDP ຈາກ 186 ຕື້ USD ໃນປະຈຸບັນເພີ່ມຂຶ້ນ 450 ຕື້ USD.