ເສດຖະກິດຫວຽດນາມຕໍ່ໜ້າກາລະໂອກາດແລະສິ່ງທ້າທາຍຫຼາຍຢ່າງ
ພາບປະກອບ
(vovworld) – ຕອນເຊົ້າວັນທີ 6/10, ທະນາຄານໂລກ (WB) ໄດ້ປະກາດບົດລາຍງານອັບເດັດເສດຖະກິດພາກພືນ ອາຊີຕາເວັນອອກ - ປາຊີຟິກ. ບົດລາຍງານຄາດຄະເນວ່າ: ການເຕີບໂຕຂອງ ຫວຽດນາມ ໃນປີ 2014 ຢູ່ໃນລະດັບ 5,4%, ຕ່ຳກ່ວາເມື່ອທຽບໃສ່ຄາດໝາຍ 5,8% ເຊິ່ງສະພາແຫ່ງຊາດວາງອອກ. ການຄາດຄະເນນີ້ໄດ້ຍົກອອກມາອີງບົນພື້ນຖານເສດຖະກິດທົ່ວໂລກພວມມີສັນຍານຟື້ນຕົວ ແຕ່ລະດັບບໍ່ສະໝ່ຳສະເໝີ. ໃນສະພາບການນັ້ນ, ການເຕີບໂຕຢູ່ບັນດາປະເທດພວມພັດທະນາໃນພາກພື້ນທີ່ຂະຫຍັນຂັນເຄື່ອນຄື ອາຊີຕາເວັນອອກ - ປາຊີຟິກ ກໍ່ຫລຸດຜ່ອນນ້ອຍໜຶ່ງ ຈາກລະດັບ 7,2% ໃນປີກ່ອນລົງເຫຼືອພຽງລະດັບ 6,9% ໃນປີ ແລະ ປີໜ້າ.
ບັນດານັກຊ່ຽວຊານຂອງທະນາຄານໂລກ ຖືວ່າ: ບາງປະເທດ, ໃນນັ້ນ ມີ ຫວຽດນາມ ຍັງຕ້ອງປະຕິບັດການປະຕິຮູບສຳຄັນ ແລະ ບຸລິມະສິດໃນໄລຍະສັ້ນເພື່ອແກ້ໄຂບັນດາສິ່ງຄົງຄ້າງພາຍຫຼັງປະຕິບັດນະໂບບາຍຜ່ອນຄາຍດ້ານເງິນຕາ ແລະ ສົ່ງເສີມການເງິນໃນໄລຍະຍາວ. ບົດລາຍງານອັບເດັດເສດຖະກິດພາກພື້ນ ອາຊີຕາເວັນອອກ - ປາຊີຟິກ ຊີ້ແຈ້ງວ່າ: ຫວຽດນາມ ມີເງື່ອນໄຂເໝາະສົມເພື່ອເພີ່ມການສົ່ງອອກໃນໄລຍະຈະມາເຖິງ ແລະ ສິ່ງດັ່ງກ່າວສ່ອງແສງລະດັບເຊື່ອມໂຍງຂອງພື້ນຖານເສດຖະກິດ ຫວຽດນາມ ເຂົ້າໃນບັນດາຄຸນຄ່າທົ່ວໂລກ ແລະ ພາກພື້ນ.