ພາບປະກອບ:internet
|
(vovworld)- ຄາດວ່າ ຄວາມຕ້ອງການຄົນງານຂອງບັນດາວິສາຫະກິດຫວຽດນາມ ໃນໄລຍະຈະມາເຖິງ ສືບຕໍ່ເພີ່ມຂຶ້ນຢ່າງແຮງໃນບັນດາຂະແຫນງປຸງແຕ່ງ, ປະດິດສ້າງ, ການຜະລິດແຈກຢາຍໄຟຟ້າ, ອາຍແກສ; ຖະແຫລງຂ່າວ ແລະ ສື່ສານ, ການເຄ່ືອນໄຫວສາທາລະນະສຸກ, ຫນູນຊ່ວຍສັງຄົມ. ຕາມແຫລ່ງຂ່າວຈາກກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ປະກາດໃນວັນທີ 3/9 ແລ້ວ, ອັດຕາສ່ວນຜູ້ວ່າງງານໃນໄຕມາດ 2/2014 ຫລຸດລົງຍັງເຫລືອພຽງ 1,84%. ໄຕມາດ 2/2014 ຂະແຫນງກໍ່ສ້າງ ແລະ ອຸດສາຫະກຳປຸງແຕ່ງ, ປະດິດສ້າງ ໄດ້ຟື້ນຕົວຢ່າງປະທັບໃຈ. ບັນດາຂະແຫນງຫລຸດຜ່ອນວຽກເຮັດງານທຳ ລວມມີ: ຂະແຫນງການເງິນ ທະນາຄານ ແລະ ປະກັນໄພ ຫລຸດຜ່ອນຄົນງານກວ່າ 66.000 ຄົນ. ເປັນຫນ້າສົນໃຈ ວຽກເຮັດງານທຳໃນຂະແຫນງກະສິກຳປ່າໄມ້ ແລະ ສິນໃນນ້ຳຫລຸດລົງຢ່າງແຮງ.