ກອງປະຊຸມໃຫຍ່ຄັ້ງທີ 6 (2013 - 2018)
(ພາບ: cpv.org.vn)
(vovworld) - ວັນທີ 23 ສິງຫາ, ຢູ່ຮ່ໂນ້ຍ, ຄະນະກຳມະການຫວຽດນາມ ສາມັກຄີ ແລະ ຮ່ວມມືອາຊີ - ອາຟລິຫາ - ອາຟລິກາລາຕີນ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 6 (2013 - 2018). ກ່າວຄຳເຫັນທີກອງປະຊຸມໃຫຍ່, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ວູ້ຊວນຮົ່ງ ຢືນຢັນວ່າ ບັນດາການເຄື່ອນໄຫວຂອງຄະນະກຳມະການ ໄດ້ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ທີ່ບັນດາເວທີປາໄສປະຊາຊົນໃນພາກພື້ນ ແລະ ຢູ່ໃນໂລກ; ປະກອບສ່ວນເຂົ້າໃນຂະບວນການລວມຂອງປະຊາຊົນໂລກ ເພື່ອຄວາມກ້າວໜ້າ, ຍຸຕິທຳສັງຄົມ ແລະ ພັດທະນາຢ່າງໝັ້ນຄົງ. ເຫັນດີຕໍ່ທິດທາງ, ໜ້າທີ່ຂອງຄະນະກຳມະການໃນອາຍຸການຈະມາເຖິງ, ທ່ານປະທານ ວູຊວນຮົ່ງ ຖືວ່າ ຄະນະກຳມະການຕ້ອງເສີມຂະຫຍາຍທີ່ຕັ້ງບົດບາດ ກໍ່ຄືການພົວພັນກັບສາກົນໃນບັນດາການເຄື່ອນໄຫວພົວພັນກັບປະຊາຊົນເປັນຢ່າງດີກວ່າອີກ, ເປີດກວ້າງເຄືອຂ່າຍຄູ່ຮ່ວມມືເພື່ອປະກອບສ່ວນເພີ່ມທະວີກັບບັນດາອົງການ ແລະ ປະຊາຊົນປະເທດຕ່າງໆ, ພິເສດແມ່ນເຂດອາຊີ - ອາຟລິຫາ - ອາຟລິກາລາຕີນ; ຊຸມໃສ່ເຂົ້າໃນວຽກງານຄົ້ນຄວ້າກວ່າອີກ, ຊອກຫາຄວາມສາມາດສົມທົບກັນຈັດຕັ້ງບັນດາກອງປະຊຸມສຳມະນາຢ່າງຕັ້ງໜ້າ, ປັບປຸງ ແລະ ຮັດແໜ້ນການພົວພັນ, ສົມທົບລະຫວ່າງຄະນະກຳມະການ ແລະ ບັນດາສາມາຊິກສະຫະພັນບັນດາອົງການມິດຕະພາບ.