ເຫດເຮືອບິນຕົກ 2 ຄັ້ງຢູ່ ເອທີໂອປີ ແລະ ອິນໂດເນເຊຍ ມີຄວາມຄ້າຍຄືກັນ

(VOVWORLD) - ວັນທີ 17 ມີນາ, ທ່ານ Dagmawit Moges ລັດຖະມົນຕີກະຊວງຄົມມະນາຄົມ ເອທີໂອປີ ໃຫ້ຮູ້ວ່າ:

ບັນດາຂໍ້ມູນໃນກັບດຳໄດ້ສະແດງໃຫ້ເຫັນວ່າ ມີຄວາມຄ້າຍຄືກັນຢ່າງຈະແຈ້ງລະຫວ່າງເຫດເຮືອບິນຕົກຂອງບໍລິສັດການບິນ Ethiopian Airlines ໃນອາທິດກ່ອນກັບເຫດເຮືອບິນຕົກຢູ່ ອິນໂດເນເຊຍ ຂອງບໍລິສັດການບິນ Lion Air ເມື່ອເດືອນ ຕຸລາ 2018.

ເຫດເຮືອບິນຕົກ 2 ຄັ້ງຢູ່ ເອທີໂອປີ ແລະ ອິນໂດເນເຊຍ ມີຄວາມຄ້າຍຄືກັນ - ảnh 1ເຫດເຮືອບິນຕົກ 2 ຄັ້ງຢູ່ ເອທີໂອປີ ແລະ ອິນໂດເນເຊຍ ມີຄວາມຄ້າຍຄືກັນ (ພາບປະກອບ/ AFP/TTXVN)

        ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານລັດຖະມົນຕີ Dagmawit Moges ຢືນຢັນວ່າ: ຄວາມຄ້າຍຄືກັນຢ່າງຈະແຈ້ງທີ່ໄດ້ບັນທຶກຈາກຖ້ຽວບິນ 302 ຂອງບໍລິສັດການບິນ Ethiopian Airlines ແລະ ຖ້ຽວບິນ 610 ຂອງບໍລິສັດການບິນ Lion Air, ນັ້ນຈະແມ່ນບັນຫາຈະຕ້ອງຄົ້ນຄວ້າຫລາຍກ່ວາອີກໃນການສືບສວນຫາສາເຫດ. ທ່ານລັດຖະມົນຕີ Dagmawit Moges ກໍ່ໃຫ້ຮູ້ວ່າ: ບົດລາຍງານເບື້ອງຕົ້ນກ່ຽວກັບເຫດເຮືອບິນຕົກຢູ່ ເອທີໂອປີ ໃນອາທິດກ່ອນ, ເຮັດໃຫ້ 157 ຄົນເສຍຊີວິດ, ຈະໄດ້ປະກາດພາຍໃນເວລາ 30 ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ